spot_img
Homeຂ່າວຕ່າງປະເທດສັງຄົມອອນລາຍນ໌ໄທ ຖະຫຼົ່ມເວັບກະຊວງ ICT ຈົນຕາຍ

ສັງຄົມອອນລາຍນ໌ໄທ ຖະຫຼົ່ມເວັບກະຊວງ ICT ຈົນຕາຍ

Published on

ICT

ເກີດຄວາມເຄື່ອນໄຫວຂຶ້ນຢ່າງໄວ ໃນສັງຄົມອອນລາຍນ໌ໃນຕອນບ່າຍ ຂອງວັນທີ 30 ກັນຍາ 2015 ເມື່ອຊາວສັງຄົມອອນລາຍນ໌ ຮ່ວມໃຈກັນປະຕິບັດການຖະຫຼົ່ມ ເວັບໄຊຂອງກະຊວງ ເຕັກໂນໂລຊີແລະການສື່ສານ ຫຼື ໄອຊີທີ (ຂອງໄທ) ຈົນເຮັດໃຫ້ເວັບໄຊບໍ່ສາມາດໃຊ້ງານໄດ້ ໂດຍມີຂໍ້ຄວາມລະບຸໃນໂລກອອນລາຍນ໌ວ່າ ປະຕິບັດການຄັ້ງນີ້ ມີຂຶ້ນເພື່ອສະແດງພະລັງຄັດຄ້ານ ການເດິນໜ້າລະບົບ Single Gateway ເຊິ່ງກະຊວງ ໄອຊີທີ ເປັນຕົວຕັ້ງຕົວຕິງ ຮ່ວມກັບສຳນັກງານຕຳຫຼວດແຫ່ງຊາດ ໃນການສຶກສາແນວທາງ ເພື່ອຕິດຕັ້ງລະບົບດັ່ງກ່າວ.

ປະຕິບັດການແບບຟ້າແມບນີ້ ສືບເນື່ອງມາຈາກລັດຖະບານໄທ ມີທ່າທີຈະວາງລະບົບ Single Gate way ເພື້ອຄວບຄຸມການຈະລາຈອນຂໍ້ມູນ ທາງອິນເຕີເນັດຈາກເວັບໄຊຕ່າງປະເທດ ເຂົ້າໄປໃນປະເທດໄທ ເຊິ່ງຫຼາຍຝ່າຍໂດຍສະເພາະປະຊາຊົນ ຜູ້ໃຊ້ອິນເຕີເນັດແລະຜູ້ປະກອບການໄອທີ ລວມທັງຊາວເກມເມີ ຕ່າງສະແດງຄວາມກັງວົນຕໍ່ການ ໃຊ້ລະບົບ SingleGateway ວ່າຈະສົ່ງຜົນຕໍ່ຄວາມໄວ ໃນການໃຊ້ອິນເຕີເນັດ ທີ່ຊ້າລົງ ເນື່ອງຈາກທາງເຂົ້າ – ອອກຂອງຂໍ້ມູນ ຖືກຈຳກັດເຫຼືອພຽງຊ່ອງທາງດຽວ ແລະການກັ່ນຕອງຂໍ້ມູນໂດຍ ໜ່ວຍງານພາກລັດທີ່ຮັບຜິດຊອບ ຈົນມີການວິພາກວິຈານຫຼາຍຂຶ້ນ ເຖິງແມ່ນວ່າທາງລັດຖະບານ ຈະອອກມາກ່າວວ່າ ລະບົບດັ່ງກ່າວ ຍັງຢູ່ໃນໄລຍະສຶກສາແນວທາງ ແລະຄວາມເປັນໄປໄດ້ ແລະຢືນຢັນວ່າເຮັດເພື່ອ ສົ່ງເສີມການຈະເລີນເຕີບໂຕ ທາງເສດຖະກິດແລະບໍ່ລ່ວງລະເມີດ ສິດທິສ່ວນບຸກຄົນ ແຕ່ກໍບໍ່ອາດຈະຫຼຸດແຮງຕໍ່ຕ້ານ ທີ່ຄ່ອຍໆຫຼາຍຂຶ້ນ ເພາະຫຼາຍຄົນເຊື່ອວ່າ ທີ່ສຸດແລ້ວລັດຖະບານຈະເດິນໜ້າ ໂຄງການດັ່ງກ່າວ.

ຕາມກຳນົດວ່າ ຫຼັງຈາກ 22 ໂມງ ໃຫ້ທຸກຄົນສະແດງພະລັງເຂົ້າຊົມ ເວັບໄຊກະຊວງ ໄອຊີທີ ພ້ອມປະຕິບັດຕາມການແນະນຳ ຂອງຫົວໜ້າກຸ່ມຕໍ່ຕ້ານທີ່ບໍ່ປະສົງອອກນາມ ແຕ່ຍັງບໍ່ເຖິງ 18 ໂມງຊ້ຳ ເວັບໄຊກະຊວງ ໄອຊີທີ ຂອງໄທກໍຂັດຂ້ອງ ໃຊ້ການບໍ່ໄດ້.

ICT

ຖັດຈາກນັ້ນບໍ່ທໍ່ໃດຊົ່ວໂມງ ເວັບໄຊ ບໍລິສັດ ກສທ ໂທລະຄົມມະນາຄົມ ກໍໃຊ້ການບໍ່ໄດ້ຕື່ມອີກ.

ເຊິ່ງບໍ່ດົນກໍມີຂໍ້ຄວາມຜ່ານສັງຄົມ ອອນລາຍນ໌ ລະບຸວ່າ: ແມ່ນແຕ່ໂຕເອງລັດຖະບານ ຍັງບໍ່ສາມາດຄຸ້ມຄອງໄດ້ ປະສາຫຍັງຈະໃຫ້ຄຸ້ມຄອງພວກເຮົາໄດ້.

ກຸ່ມປະຊາຊົນທີ່ລວມພະລັງຄັດຄ້ານ ການໃຊ້ລະບົບ SingleGateway ໄດ້ລະບຸວ່າ ພວກເຂົາຕ້ອງການຄວາມ ມີເສລີພາບໃນການນຳໃຊ້ສື່ ແລະເສລີພາບໃນການອອກຄຳຄິດເຫັນ ຕໍ່ບັນຫາສັງຄົມ ບ້ານເມືອງ.

ແນວໃດກໍຕາມ, ຝ່າຍລັດຖະບານໄທໄດ້ອອກມາ ກ່າວຕອບໂຕ້ວ່າ ການກະທຳຂອງສັງຄົມອອນລາຍນ໌ ດັ່ງກ່າວນັ້ນ ເປັນວິທີທີ່ບໍ່ຖືກຕ້ອງ ບໍ່ໄດ້ປະໂຫຍດຫຍັງ ທາງທີ່ດີມາຮ່ວມມືກັນ ນຳໃຊ້ຄວາມຮູ້ຄວາມສາມາດ ປະກອບສ່ວນໃຫ້ສັງຄົມຈະດີກວ່າ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...