spot_img
Homeຂ່າວຕ່າງປະເທດສະໜາມບິນໃນອາຟການິດສະຖານຍັງວຸ້ນວາຍຍ້ອນຄົນຍາດກັນໜີອອກນອກປະເທດ

ສະໜາມບິນໃນອາຟການິດສະຖານຍັງວຸ້ນວາຍຍ້ອນຄົນຍາດກັນໜີອອກນອກປະເທດ

Published on

ເວັບໄຊ BBC ລາຍງານສະຖານະການໃນສະໜາມບິນກາບູນ ຂອງອາຟການິດສະຖານຍັງວຸ້ນວາຍສັບສົນ ຍ້ອນປະຊາຊົນຊ່ວງຊິງກັນຂຶ້ນຍົນເພື່ອຈະໄດ້ຍ້າຍໜີອອກນອກປະເທດ ຂະນະເຈົ້າໜ້າທີ່ສະຫະລັດອາເມລິກາພວມເລັ່ງອົບພະຍົບພົນລະເມືອງຂອງຕົນພ້ອມຄູ່ພັນທະມິດກັບປະເທດ.

ເນື່ອງຈາກກຸ່ມຕິດອາວຸດຕາລີບານໄດ້ຄວບຄຸມທາງເຂົ້າສະໜາມບິນ ທັງອະນຸຍາດສະເພາະບຸກຄົນທີ່ມີໜັງສືເດີນທາງສາມາດອອກເດີນທາງໄດ້, ສ່ວນຄົນອາຟການິດສະຖານທີ່ບໍ່ມີເອກະສານເດີນທາງແມ່ນຖືວ່າໝົດສິດ ເຮັດໃຫ້ເກີດຄວາມວຸ້ນວາຍຢູ່ຂ້າງນອກສະໜາມບິນ ເຊິ່ງທາງກອງທັບສະຫະລັດກໍພະຍາຍາມຢ່າງເຕັມທີ່ໃນການຊ່ວຍເຫຼືອ ແລະ ສາມາດອົບພະຍົບຜູ້ຄົນປະມານ 5.000 ຄົນໃນຊ່ວງ 24 ຊົ່ວໂມງຜ່ານມາ.

ກອງທັບສະຫະລັດໄດ້ວາງແຜນອົບພະຍົບຜູ້ຄົນອອກຈາກອາຟການິດສະຖານໃຫ້ໄດ້ 30.000 ພັນກວ່າຄົນພາຍໃນເດືອນນີ້ ທັງຕັ້ງເປົ້າໃນການອົບພະຍົບໃຫ້ໄດ້ປະມານ 5.000 ຄົນຕໍ່ວັນ, ເຊິ່ງປັດຈຸບັນມີທະຫານກອງທັບສະຫະລັດ 4.500 ຄົນປະຈຳການຢູ່ສະໜາມບິນ ແລະຍັງມີທະຫານອີກຫຼາຍຮ້ອຍຄົນກຽມຈະເດີນທາງໄປສົມທົບເພື່ອເຝົ້າລະວັງຄວາມປອດໄພຂອງພົນລະເຮືອນ ຂະນະທີ່ພົນລະເມືອງສະຫະລັດປະມານ 11.000 ຄົນຍັງຕິດຄ້າງຢູ່ອາຟການິດສະຖານ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...