ສະຫຼຸບເຫດການການເມືອງເດັ່ນໆໃນປະເທດ ປະຈຳປີ 2016

ອີງຕາມແຫຼ່ງຂ່າວຈາກເວັບໄຊ ໜັງສືພິມລາວພັດທະນາ ລົງວັນທີ 26 ທັນວາ 2016 ໄດ້ເປີດເຜີຍຜົນການສັງລວມ ເຫດການການເມືອງເດັ່ນໆພາຍໃນປະເທດ ປະຈຳປີ 2016 ວ່າ.

ຕະຫຼອດປີ 2016 ໄດ້ມີຫລາຍເຫດການສໍາຄັນທາງດ້ານການເມືອງເກີດຂຶ້ນໃນປະເທດເຮົາ ແລະ ໜັງສືພິມລາວພັດທະນາ ຂໍ້ຄັດຈ້ອນເອົາບາງເຫດການທີ່ພົ້ນເດັ່ນມາທົບທວນຄືນ ເພື່ອໃຫ້ຜູ້ອ່ານກໍຄືສັງຄົມໄດ້ຮູ້ເຖິງຄວາມໝາຍສໍາຄັນຂອງແຕ່ລະເຫດການອັນເປັນຂີດໝາຍປະຫວັດສາດຄື:

1. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວທີ່ໄຂຂຶ້ນແຕ່ວັນທີ 18-22 ມັງກອນ 2016 ຢູ່ນະຄອນຫລວງວຽງຈັນ,ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າຂອງພັກ, ເພີ່ມທະວີຄວາມສາມັກຄີທົ່ວປວງຊົນທັງຊາດ, ຍຶດໝັ້ນແນວທາງປ່ຽນ ແປງໃໝ່ຮອບດ້ານ ແລະ ມີຫລັກການ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ” ເຂົ້າຮ່ວມກອງປະຊຸມສໍາຄັນດັ່ງກ່າວມີຜູ້ແທນສົມບູນ 685 ສະຫາຍທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດ 252 ພັນກວ່າສະຫາຍ ແລະ ມີມະຕິຄື: ໄດ້ຮັບຮອງເອົາສະຫາຍ ບຸນຍັງ ວໍລະຈິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະ ຊາຊົນປະຕິວັດລາວ, ສະຫາຍ ພັນຄໍາ ວິພາວັນ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ ແລະ ສະຫາຍ ບຸນທອງ ຈິດມະນີ ເປັນປະທານກວດກາສູນກາງພັກ.

2. ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ VIII ແລະ ການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ເປັນຄັ້ງປະຫວັດສາດຂອງປະເທດ, ໄດ້ຈັດຂຶ້ນໃນວັນທີ 20 ມີນາ 2016 ໂດຍໃນ 18 ແຂວງທົ່ວປະເທດມີຜູ້ມີສິດປ່ອນບັດທັງໝົດ 3.657.026 ຄົນເທົ່າກັບ 97,9% ຂອງຈໍານວນຜູ້ມີສິດທັງໝົດ, ການເລືອກຕັ້ງດັ່ງກ່າວແມ່ນຂະບວນການປະຕິບັດສິດປະຊາທິປະໄຕທາງດ້ານການເມືອງຂອພົນລະເມືອງໃນການເລືອກເອົາຜູ້ມີມາດຖານຄົບຖ້ວນຕາມທີ່ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍເຂົ້າຢູ່ສະພາແຫ່ງຊາດເພື່ອເປັນຕົວແທນໃນການປະຕິບັດສິດອໍານາດຂອງປະຊາຊົນບັນດາເຜົ່າ.

3. ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ VIII ໄດ້ໄຂຂຶ້ນແຕ່ວັນທີ 20-22 ເມສາ 2016 ທີ່ຫໍສະພາແຫ່ງຊາດ, ກອງປະຊຸມຄັ້ງນີ້ໄດ້ຮັບຟັງລາຍງານຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ຮັບຮອງໂຄງປະກອບກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ, ໄດ້ເລືອກຕັ້ງປະທານປະເທດແຫ່ງ ສປປ ລາວ, ປະທານສະພາແຫ່ງຊາດຊຸດທີ VIII,ນາຍົກ ລັດຖະມົນຕີແຫ່ງ ສ ປປ ລາວ, ຫົວໜ້າອົງການໄອຍະການ, ຫົວໜ້າສານປະຊາຊົນສູງສຸດ, ຮັບຮອງໂຄງປະກອບກົງຈັກລັດຖະບານ-ສະມາຊິກລັດຖະບານຊຸດໃໝ່ ແລະ ຮັບຮອງເອົາບັນຫາສໍາຄັນຕ່າງໆຂອງຊາດຈໍານວນໜຶ່ງ.

4. ກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ທີ່ໄຂຂຶ້ນໃນວັນທີ 6-8 ກັນຍາ 2016 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ: “ຫັນວິໄສທັດໃຫ້ເປັນຮູບປະທໍາ ແລະ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ” ນອກນີ້ຍັງມີກອງປະຊຸມປີ່ນອ້ອມສໍາຄັນຕ່າງໆຄື: ກອງປະຊຸມສຸດຍອດອາຊຽນ-ຈີນຄັ້ງທີ 19 ເພື່ອສະເຫລີມສະຫລອງການພົວພັນຄົບຮອບ 25 ປີ, ກອງປະຊຸມສຸດຍອດອາຊຽນ-ຍີປຸ່ນຄັ້ງທີ 19, ກອງປະຊຸມສຸດຍອດອາຊຽນ- ສ.ເກົາຫລີ ຄັ້ງທີ 18, ກອງປະຊຸມສຸດຍອດອາຊຽນບວກສາມຄັ້ງທີ 19, ກອງປະຊຸມສຸດຍອດອາຊຽນ-ອົດສະຕາລີຄັ້ງທໍາອິດ, ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດຄັ້ງທີ 8, ກອງປະຊຸມສຸດຍອດອາຊຽນ-ອິນເດຍຄັ້ງທີ 14, ກອງປະຊຸມສຸດຍອດອາຊຽນ-ສະຫະລັດອາເມລິກາຄັ້ງທີ 4, ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 11 ແລະ ກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ, ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ, ລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ, ເລຂາທິການໃຫຍ່ສະຫະປະຊາຊາດ,ບັນດາຜູ້ແທນ, ພ້ອມດ້ວຍສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈໍານວນຫລາຍ.

5. ແມ່ນການຢ້ຽມຢາມລັດຖະກິດ ສປປ ລາວ ຢ່າງເປັນທາງການຄັ້ງປະຫວັດ ສາດຂອງປະທານາທິບໍດີສະຫະລັດອາເມລິກາ ທ່ານ ບາຣັກ ໂອບາມາ ແຕ່ວັນທີ 5-7 ກັນຍາ 2016 ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະຫະລັດອາເມລິກາຄັ້ງທີ 4 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 11 ທີ່ນະຄອນຫລວງວຽງຈັນ,ໃນໂອກາດນີ້ທ່ານ ບາຣັກ ໂອບາມາ ໄດ້ປະ ກາດເພີ່ມການຊ່ວຍເຫລືອວຽກງານເກັບກູ້ລະເບີດບໍ່ທັນແຕກຢູ່ລາວໃນມູນຄ່າ 90 ລ້ານໂດລາສະຫະ ລັດໃນໄລຍະ 3 ປີ, 27 ລ້ານໂດລາສະຫະລັດສໍາລັດໂຄງການອາຫານຢູ່ໂຮງຮຽນໃນໄລຍະ 5 ປີ ແລະ 6 ລ້ານໂດລາສະຫະລັດສໍາລັບໂຄງການອານາໄມຊຸມຊົນ ແລະ ອາຫານສໍາລັບແມ່ ແລະ ເດັກໃນໄລຍະ 3 ປີ, ໄດ້ລົງນາມບົດບັນທຶກສອງຝ່າຍ ສປປ ລາວ ແລະ ສະຫະລັດອາເມລິກາ ກ່ຽວກັບການສ້າງສະຖາບັນໂພສະນາການ, ໂຄງການປັບປຸງຕາຂ່າຍໄຟຟ້າແຮງສູງ ແລະ ການສະໜອງທຶນການສຶກສາຫລັກສູດອອນລາຍຈໍານວນ 2.500 ທຶນ ແລະ ມີຖະແຫລງການຮ່ວມສອງຝ່າຍກ່ຽວກັບການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ເພື່ອແນໃສ່ການເປີດສັງກາດໃໝ່ໃນການພົວພັນສອງຝ່າຍບົນພື້ນຖານເຄົາລົບນັບຖືເຊິ່ງກັນ ແລະ ກັນ, ເພື່ອຜົນປະ ໂຫຍດຮ່ວມກັນ ແລະ ການສ້າງພື້ນຖານສໍາລັບການຮ່ວມມືສອງຝ່າຍໃນອານາຄົດເຊັ່ນ: ການພົວພັນດ້ານການເມືອງ ແລະ ການທູດ, ເສດຖະກິດ-ການຄ້າ, ການສຶກສາ, ສາທາລະນະສຸກ, ວັດທະນະທໍາ,ທ່ອງທ່ຽວ ແລະ ອື່ນໆ

ທັງໝົດນີ້ແມ່ນເຫດການການເມືອງເດັ່ນທີ່ເກີດຂຶ້ນຢູ່ປະເທດເຮົາໃນປີ 2016. ເຊິ່ງລ້ວນແຕ່ຈະເປັນພື້ນຖານສໍາຄັນ ແລະ ທ່ວງທ່າໃໝ່ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮັ່ງມີ, ທັງເປັນການເສີມຂະຫຍາຍການພົວພັນຮ່ວມມື, ສ້າງສັນຕິພາບ, ມິດຕະພາບ ແລະ ການເຊື່ອມໂຍງເພື່ອການພັດທະນາກັບບັນດາປະເທດຕ່າງໆໃນພາກພື້ນ ແລະ ສາກົນໃຫ້ນັບມື້ກວ້າງຂວາງ ແລະ ເຂັ້ມແຂງຍິ່ງຂຶ້ນ.

ການສໍ້ລາດບັງຫຼວງຍັງເປັນສິ່ງທ້າທາຍຕໍ່ການພັດທະນາຂອງຫຼາຍປະເທດໃນໂລກອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງເປີດເຜີຍໃນພິທີສະເຫຼີມສະຫຼອງວັນສໍ້ລາດບັງຫຼວງສາກົນຄົບຮອບ 13 ປີ ( 9 ທັນວາ 2003-  9 ທັນວາ 2016 ) ເມື່ອມໍ່ໆມານີ້ວ່າ: ການສໍ້ລາດບັງຫຼາດແມ່ນສິ່ງທ້າທາຍ ແລະ ເປັນສິ່ງຫຍໍ້ທໍ້ໜຶ່ງໃນກົນຈັກການຈັດຕັ້ງ, ເປັນໄພອັນຕະລາຍຮ້າຍແຮງທີ່ສົ່ງຜົນກະທົບໂດຍກົງ ແລະ ກົດໜ່ວງເຖິງການພັດທະນາຂອງຫຼາຍປະເທດໃນໂລກ, ບໍ່ວ່າຈະເປັນປະເທດນ້ອຍ ຫຼື ໃຫຍ່, ປະເທດທີ່ພັດທະນາແລ້ວ ຫຼື ດ້ອຍພັດທະນາກໍລ້ວນແຕ່ໄດ້ຮັບຜົນກະທົບເຊັ່ນດຽວກັນ, ພ້ອມນັ້ນ ການສໍ້ລາດບັງຫຼວງຍັງເປັນໄພຂົມຂູ່ເຖິງການມີສະຖຽນລະພາບຂອງການຈັດຕັ້ງທັງພາກລັດ, ກໍຄືພາກເອກະຊົນ, ກໍ່ໃຫ້ເກີດຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທຳໃນສັງຄົມ, ກ້າວໄປເຖິງການຂາດຄວາມເຊື່ອໝັ້ນ ແລະ ເຊື່ອມສັດທາຕໍ່ສະຖາບັນການປົກຄອງທຸກຂັ້ນ,ການສໍ້ລາດບັງຫຼວງເປັນການຕັດຮອນເອົາລາຍຮັບແຫ່ງຊາດ, ຂອງລວມໝູ່ກໍຄືຂອງພົນລະເມືອງທີ່ບໍ່ຖືກຕ້ອງດ້ວຍວິທີການຕ່າງໆ, ມັນເຮັດໃຫ້ລັດ ແລະ ພົນລະເມືອງເສຍຫາຍຊັບສິນ ແລະ ລາຍຮັບເປັນຈຳນວນບໍ່ໜ້ອຍ, ຍ້ອນແນວນັ້ນການສໍ້ລາດບັງຫຼວງຈຶ່ງເປັນການສະແດງອອກຢ່າງຈະແຈ້ງຂອງການຂາດຄຸນນະທຳ, ຂາດຈັນຍາບັນຂອງຜູ້ດຳເນີນງານໃນສັງຄົມພາໃຫ້ເກີດມີສະພາບເປັນກຸ່ມກ້ອນຮ່ວມຜົນປະໂຫຍດທາງເສດຖະກິດ, ການເມືອງ ແລະ ກ້າວໄປເຖິງຄວາມບໍ່ເປັນເອກະພາບ, ເກີດມີສະພາບແຕກແຍກ ແລະ ອື່ນໆ, ຊຶ່ງຜົນຮ້າຍ ແລະ ຄວາມອັນຕະລາຍຂອງການສໍ້ລາດບັງຫຼວງໄດ້ກາຍເປັນບັນຫາຂອງທຸກປະເທດໃນໂລກ, ລວມທັງລາວ, ສະນັ້ນ ຈຶ່ງມີການສ້າງຂອບເຂດຂອງການຮ່ວມມືລະຫວ່າງປະເທດຕ່າງໆເພື່ອສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ໃນຮູບແບບການສ້າງຂໍ້ກຳນົດກົດໝາຍສາກົນຊຶ່ງເປັນຄວາມຕ້ອງການອັນຮີບດ່ວນ ແລະ ຈຳເປັນຂອງວົງຄະນະຍາດສາ ກົນ. ກໍຄືບັນດາປະເທດໃນໂລກ, ຊຶ່ງສະຫະປະຊາຊາດໄດ້ມີມະຕິກຳນົດຄວາມຈຳເປັນຕ້ອງມີກົດ ໝາຍສາກົນທີ່ມີຄວາມສັກສິດໃນການສະກັດກັ້ນການສໍ້ລາດບັງຫຼວງຮ່ວມກັນໃນຂອບເຂດທົ່ວໂລກ ແລະ ກອງປະຊຸມໃຫ້ຂອງອົງການສະຫະປະຊາຊາດໃນປີ 2003 ໄດ້ກຳນົດເອົາວັນທີ 9 ທັນວາຂອງທຸກໆເປັນວັນຕ້ານການສໍ້ລາດບັງຫຼວງສາກົນ.

ແຫລ່ງຂ່າວຈາກ: laophatthananewspaper

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!