Homeຂ່າວຕ່າງປະເທດໂອບາມາ ພາຄອບຄົວສະຫຼອງຄຣິດສະມາດສຸດທ້າຍ ຖານະຜູ້ນໍາສະຫະລັດຢູ່ທີ່ຮາວາຍ

ໂອບາມາ ພາຄອບຄົວສະຫຼອງຄຣິດສະມາດສຸດທ້າຍ ຖານະຜູ້ນໍາສະຫະລັດຢູ່ທີ່ຮາວາຍ

Published on

ໂອບາມາ ພາຄອບຄົວສະຫຼອງຄຣິດສະມາດສຸດທ້າຍ ຖານະຜູ້ນໍາສະຫະລັດ ທີ່ຮາວາຍ ຂະນະ ໂບເດນ ຮ່ວມເທດສະການກັບຄອບຄົວໃນເດຣ໌ລາແວຣ໌

ບາລັກ ໂອບາມາ ໃຊ້ເວລາຊ່ວງວັນຄຣິດສະມາດສຸດທ້າຍຖານະປະທານາທິບໍດີ ພ້ອມກັບຄອບຄົວ ຢູ່ເກາະໂອອາຢູ ໃນລັດຮາວາຍ ໂດຍຄາດວ່າ ໂອບາມາ ຈະເຊົ່າເຮືອນໃນໄຄກົວ ເປັນເວລາຫຼາຍມື້ ສໍາຫຼັບເປັນທີ່ພັກຂອງຄອບຄົວ ແລະໃຫ້ຄອບຄົວອື່ນໆ ຮ່ວມສະຫຼອງເທດສະການນໍາກັນ ນອກຈາກນີ້ ຍັງໃຊ້ເວລາກັບການຢ້ຽມຢາມຖານທັບທີ່ຢູ່ໃກ້ທີ່ພັກ ແລະຈັດງານລ້າງສະຫຼອງກັບເຈົ້າໜ້າທີ່ລະດັບສູງ ທັງນີ້ ໂອບາມາ ຈະໃຊ້ເວລາໃນຊ່ວງ 2 ອາທິດ ເນື່ອງໃນເທດສະການວັນຄຣິດສະມາດ ຢູ່ເກາະຮາວາຍ.

ຂະນະ ໂຈ ໄບເດນ ຮອງປະທານາທິບໍດີສະຫະລັດ ໃຊ້ເວລາສໍາຫຼັບວັນພັກໃນເຮືອນຂອງຕົນເອງ ວິລມິງຕັນ ລັດເດີຣ໌ລາແວຣ໌

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...