ຢູ່ເທິງບ້ານຊຽງແມນຝັ່ງຂວາຂອງແມ່ນ້ຳຂອງຕໍ່ໜ້ານະຄອນຫລວງພະບາງຍັງມີພູສອງໜ່ວຍທີ່ມີຮູບປະພັນສັນຖານເໝືອນມະນຸດນອນຫງາຍຢ່າງໜ້າອັດສະຈັນ. ໜ່ວຍໃຕ້ຮຽກວ່າພູພຸດທະເສນໜວ່ຍເໜືອຮຽກວ່າພູນາງກັງຮີຮຽກກັນຫຍໍ້ໆວ່າ “ພູທ້າວ ແລະ ພູນາງ”.
ນິທານຫຍໍ້ກ່ຽວກັບພູສອງໜ່ວຍນີ້ບູຮານໄດ້ເລົ່າສືບກັນມາວ່າ: ແຕ່ກ່ອນຢູ່ບໍລິເວນອິນທະປັດຖາ ມີຄົນຕັດຟືນຜູ້ໜຶ່ງທຸກໄຮ້ເຂັນໃຈທີ່ສຸດ. ຊາຍທຸກຂະຕະຜູ້ນັ້ນມີເມຍຜູ້ໜຶ່ງ ແລະ ມີລູກສາວສິບສອງຄົນ. ດ້ວຍຄວາມທຸກຍາກຫາອັນປຽບບໍ່ໄດ້ ຊາຍຕັດຟືນຜູ້ນັ້ນຈິ່ງເອົາລູກໄປໂຜດທີ່ປ່າເສຍນາງທັງ 12 ຄົນນັ້ນກໍດັ້ນດອນຊອນປ່າໄປຈຶ່ງໄປພົບນາງຍັກຕົນຫນຶ່ງຊື່ວ່າ ສຸນທະລາ ມີລູກສາວຄົນໜຶ່ງຊື່ວ່າ ນາງກັງຮີ. ນາງຍັກແມ່ໝາຍໄດ້ເອົານາງສິບສອງນັ້ນໄປຢູ່ໃນພະລາດຊະວັງເພື່ອໃຫ້ຢູ່ກິນກັບລູກສາວຂອງຕົນ. ນາງທັງສິບສອງໄດ້ຢູ່ໃນວັງກັບນາງຍັກແມ່ໝ້າຍເປັນເວ ລາຫຼາຍປີຈົນໃຫຍ່ຂຶ້ນມາພໍສອນສາວ. ວັນໜຶ່ງນາງທັງສິບສອງຄົນພາກັນລັກໜີ. ນາງຍັກກໍຕິດຕາມໄປຈວນຈະພົບແລ້ວນາງສິບສອງກໍເຂົ້າໄປລີ້ຢູ່ໃນປາກພະຍາງົວຕົວໜຶ່ງ. ເມື່ອຍັກກັບຄືນແລ້ວນາງສິບສອງຈຶ່ງອອກເດີນທາງຕໍ່ໄປ. ນາງສິບສອງໄປເຖິງນະຄອນຫລວງເຊິ່ງເປັນເມືອງຂອງທ້າວປາລຸທະເສນ. ພະອົງເຫັນນາງທັງຫຼາຍມີຮູບຮ່າງເນື້ອກາຍຈົບງາມກໍເອົາຂຶ້ນເປັນມະເຫສີ. ນາງຍັກແມ່ໝ້າຍເມື່ອໄດ້ຮູ້ຂ່າວວ່ານາງສິບສອງເປັນເທວີຂອງພະຍາປາລຸທະເສນແລ້ວກໍຕາມໄປ. ເມື່ອໄປໃກ້ຈະຮອດວັງຂອງພະຍາ ນາງກໍຈຳແລງຕົວເອງກາຍເປັນນາງມະນຸດທີ່ມີເນື້ອກາຍໜຸ່ມນ້ອຍ ແລະ ງົດງາມທີ່ສຸດ ແລ້ວກໍເຂົ້າໄປໃນພະລາຊະວັງ ພະຍາປາລຸທະເສນເຫັນນາງກໍຫຼົງຮັກ ກໍຍົກຂຶ້ນເປັນອັກຄະມະເຫສີອີກຄົນ. ຕໍ່ນັ້ນມາບໍ່ນານນາງຍັກກໍແກ້ງເຈັບປ່ວຍຢ່າງໜັກບໍ່ກິນເຂົ້າ ແລະ ນ້ຳຈົນຮ່າງກາຍຈ່ອຍຜອມຫ່ຽວແຫ້ງໄປ ຈິ້ງແນະນຳໃຫ້ພະຍາໄປນຳເອົາໝໍໂຫນ. ນາງຍັກຈຳແລງກາຍເປັນແມ່ໝໍໄປຢູ່ຂ້າງໜ້າ. ເມື່ອຄົນໃຊ້ໄປຫາຈິ່ງກ່າວຫາວ່ານາງສິບສອງເປັນຄົນເຂັດຄົນຂວາງ ຖ້າຂັບໄລ່ນາງສິບສອງໜີຈາກພະລາຊະວັງ ແລະ ເອົາຕາເຂົາທັງມວນມາສູ່ຂັວນ ນາງສູນທະລາຜູ້ເປັນອັກຄະມະເຫສີ ພະຍານາງຈຶ່ງຈະຫາຍບໍ່ດັ່ງນັ້ນເປັນຈັກຕາຍໄປບໍ່ສົງກາ.ດ້ວຍຄວາມຫຼົງຮັກນາງຍັກພະຍາຈຶ່ງສັ່ງໃຫ້ບ່າວໄພ່ເຈາະຕານາງສິບສອງແລ້ວເອົາພວກນາງໄປໄວ້ຖ້ຳແຫ່ງໜຶ່ງ. ນາງຍັກເມື່ອເພິ່ນເອົາຕານາງສິບສອງມາສູ່ຂວັນຕົນແລ້ວກໍສົ່ງເມືອໃຫ້ລູກສາວຂອງຕົນຮັກສາໄວ້ທີ່ເມືອງໄວຍະລັບປະຕິ. ນາງສິບສອງເມື່ອໄດ້ຈາກພະລາດຊະວັງຂອງພະຍາປາລຸທະເສນແລ້ວຜູ້ໃດກໍມີຄັນ(ຖືພາມານ)ທຸກຄົນ. ດ້ວຍການອົດອາຫານນາງສິບສອງເມື່ອຜູ້ໃດອອກລູກມາກໍຈີກປັນກັນກິນ. ຈະເປັນດ້ວຍການທຳກົນອຸບາຍ ຫຼື ວ່າດ້ວຍຄວາມເວດທະນາຂອງບ່າວໄພ່ສ່ວນນາງຫຼ້າເຂົາເຈາະເອົາແຕ່ຕາຊ້າຍເທົ່ານັ້ນ. ເມື່ອນາງທັງສິບເອັດອອກລູກ ແລະ ປັນມາໃຫ້ກິນນາງກໍເອົາທ້ອນໄວ້ບໍ່ກິນ. ພາຍລຸນມາເມື່ອນາງອອກລູກກໍເອົາເນື້ອຂອງລູກທັງສິບເອັດທີ່ທ້ອນໄວ້ນັ້ນແຈກຢາຍໃຫ້ພວກເອື້ອຍກິນບອກວ່າເປັນພູດລູກຂອງຕົນຕາຍ ແລະ ເປື່ອຍເນົ່າອອກມາແຕ່ໃນທ້ອງ. ຕໍ່ນັ້ນມາແມ່ໄກ່ປ່າຕົວໜຶ່ງທີ່ມີໃຈເມດຕາປານີ ກໍຊອກເຂົ້າເປືອກມາລ້ຽງທ້າວນ້ອຍ ແລະ ນາງສິບສອງຄົນວັນລະເລັກລະນ້ອຍ ພໍບໍ່ໃຫ້ຕາຍ.
ເມື່ອເຖິງທ້າວນ້ອຍໃຫຍ່ຂຶ້ນມານາງຫຼ້າກໍບອກເລົ່າແກ່ນາງສິບເອັດວ່າລູກຂອງຕົນຍັງຢູ່. ທ້າວນ້ອຍອອກຈາກຖ້ຳໄປທ່ຽວຕາມໝູ່ບ້ານໃກ້ຄຽງໂດຍຈັບເອົາໄກ່ເຖື່ອນໂຕແຂງແຮງໄປຕີກັບໄກ່ເດັກນ້ອຍຊາວບ້ານ. ພໍຕາເວັນລົງແລງ ຝູງເດັກນ້ອຍກໍເອົາເຂົ້າ ແລະ ນ້ຳໃຫ້ ແລ້ວກໍຫາບມາສູ່ນາງສິບສອງຄົນກິນ. ວັນໜຶ່ງທ້າວນ້ອຍໄດ້ໄປຫຼິ້ນ ໝາກຮຸກໝາກສະກາໃນນະຄອນຫຼວງ ເຊິ່ງເປັນເມືອງພະຍາພໍ່ແຫ່ງຕົນ ປາລຸທະເສນໄດ້ຊົງຊາບວ່າທ້າວນ້ອຍເປັນຜູ້ຊຳນານການຫຼິ້ນ ຈຶ່ງຮຽກທ້າວນ້ອຍມາຫຼິ້ນໝາກຮຸກໝາກສະການຳ. ພະອົງໄຕ່ຖາມເຖິງໂຄດວົງທ້າວນ້ອຍໄດ້ທູນຕອບວ່າ: ຕົນເປັນລູກຂອງນາງຈັນທະປະທຸມ ນ້ອງຫຼ້າຂອງນາງສິບເອັດພະຍາຈຶ່ງຮູ້ຈັກວ່າເປັນລູກຂອງຕົນ. ນັບແຕ່ວັນນັ້ນຕໍ່ໄປພະຍາປາລຸທະເສນກໍຊົງຊັກຊວນທ້າວນ້ອຍໃຫ້ມາຢູ່ໃນພະລາດຊະວັງນຳພະອົງ. ທ້າວນ້ອຍກໍມາຕາມຄວາມປະສົງຂອງພະຍາ ແຕ່ວ່າໄດ້ລອບເອົາເຂົ້າປາອາຫານໄປລ້ຽງນາງສິບສອງຢູ່ບໍ່ຂາດວັນ. ພະຍາປາລຸທະເສນໄດ້ຕັ້ງຊື່ໃຫ້ທ້າວນ້ອຍວ່າ ພຸດທະເສນ.
ຕໍ່ມາບໍ່ນານ ນາງຍັກຜູ້ຈຳແລງຕົວເປັນອັກຄະມະເຫສີຂອງພະຍາ ກໍ່ຮູ້ວ່າທ້າວພຸດທະເສນເປັນລູກຂອງນາງຫລ້າຈຶ່ງຊອກຂ້າທ້າວນ້ອຍດ້ວຍເລ່ກົນອຸບາຍ. ນາງຈຶ່ງແກ້ງທຳເປັນຄົນປ່ວຍຢ່າງໜັກອີກ ແລ້ວທູນພະຍາວ່າ ມີແຕ່ຢາເຊິ່ງຢູ່ໃນເມືອງໄວຍະລັບປະຕິຄືເມືອງເດີມຂອງນາງຢ່າງດຽວຈະເອົາຊີວິດຂອງນາງໄວ້ໄດ້ ແລະ ຜູ້ທີຈະໃຊ້ໃຫ້ໄປເອົາຢານັ້ນນາງແລເຫັນແຕ່ທ້າວພຸດທະເສນຄົນດຽວເຊິ່ງສາມາດ. ພະຍາກໍສັ່ງ ທ້າວພຸດທະເສນ ໄປເອົາຢາຕາມຄຳປະສົງຂອງນາງຍັກ. ທ້າວພຸດທະເສນ ເລືອກເອົາມ້າຕົວໜຶ່ງທີ່ແຂງແຮງທີ່ສຸດເຫາະເຫີນເດີນອາກາດໄດ້. ກ່ອນຈະອອກເດີນທາງໄປນາງຍັກໄດ້ມອບໜັງສືໃຫ້ທ້າວສະບັບຫນຶ່ງແລ້ວກ່າວວ່າໃຫ້ເຈົ້າເອົາໜັງສືສະບັບນີ້ເມືອໃຫ້ນາງກັງຮີ ຜູ້ເປັນລູກສາວຂອງຕົນ. ເມື່ອນາງໄດ້ອ່ານໜັງສືນີ້ແລ້ວເຈົ້າຈະໄດ້ຮັບສິ່ງເພິ່ງພໍໃຈຂອງເຈົ້າເປັນອັນມາກ. ທ້າວພຸດທະເສນຮັບເອົາໜັງສືຈາກນາງຍັກ,ແລ້ວກໍອອກເດີນທາງໄປ ວັນໜຶ່ງໃກ້ຈະຮອດເມືອງໄວຍະລັບປະຕິ ເຫດວ່າທ້າວເດີນທາງອິດອ່ອນຫນັກ ເມື່ອມາຮອດອາສົມລືສີແຫ່ງໜຶ່ງທ້າວກໍລົງຈາກມ້າເພື່ອເຊົາເມື່ອຍເອົາແຮງຢູ່ກ້ອງຕົ້ນໂພໄຊ ແລ້ວທ້າວ ແລະ ມ້າ ກໍພາກັນເຊືອບຫຼັບໄປ. ລືສີໄດ້ມາພົບ ແລະ ເຫັນກັບຫນັງສືມັດແຂວນຄໍມ້າກໍມີຄວາມສົນໃຈຈຶ່ງຕັດເຊືອກເອົາຫນັງສືອອກມາອ່ານມີໃຈຄວາມວ່າ: “ດູລາ ນາງກັງຮີຄັນວ່າຊາຍນ້ອຍຜູ້ນີ້ໄປຮອດໄປເຖິງເມື່ອໃດ ມຶງນາງຈົ່ງກິນຊາຍນ້ອຍຄົນນີ້ເສຍຢ່າໄວ້”. ລືສີເຫັນໄພອັນຕະລາຍຈະມາເຖິງທ້າວນ້ອຍຈຶ່ງລຶບເນືອຄວາມທີ່ກ່າວມານີ້ແລ້ວແກ້ດ້ວຍເນື້ອຄວາມໃໝ່ວ່າ: “ຊາຍນ້ອຍຜູ້ນີ້ ເປັນລູກແຫ່ງນາງສູນທະລາ ຫາກໄດ້ສົ່ງມາໃຫ້ເປັນຜົວແຫ່ງມຶງນາງ ຄັນວ່າຊາຍຫາກມາເຖິງເມື່ອໃດໃຫ້ມຶງນາງແຕ່ງແປງຕ້ອນຮັບ ແລ້ວໃຫ້ນາງອາພິເສກເອົາທ້າວເປັນເຈົ້າເປັນຜົວໂດຍສະຫວັດດີເທີ້ນ”.
ທ້າວພຸດທະເສນເດີນທາງຕໍ່ໄປຮອດເມືອງໄວຍະລັບປະຕິ ນາງກັງຮີ ເປີດນັງສືຂອງແມ່ອອກມາອ່ານ ແລ້ວກໍຮັບເອົາທ້າວພຸດທະເສນດ້ວຍຄວາມພໍໃຈເພາະທ້າວມີຮູບໂສມຕະໂນມພັນອັນງົດງາມມາກ ເວລາເອົາກັນແລ້ວ ນາງກັງຮີ ກໍພາຜົວຂອງຕົນໄປຊົມສວນອຸທິຍານ ແລະ ແນະນຳໃຫ້ຮູ້ຂອງດີວິເສດທຸກສິ່ງທຸກປະການເປັນຕົ້ນວ່າຫວ້ານຫຼາຍຊະນິດເມື່ອຂວ່າງໄປເປັນ ປ່າໄຜ່ໜາມ ເປັນໜອງ ເປັນໄຟເຜົາແຜ່ນດິນເປັນແມ່ນ້ຳໃຫຍ່ ແລະ ຢ່າງອື່ນໆ. ຮູ້ດັ່ງນັ້ນແລ້ວ ທ້າວພຸດທະເສນ ກໍດີໃຈຈຶ່ງຊອກຊ່ອງທາງຈະລັກໜີຈາກນາງກັງຮີກັບໄປນະຄອນຫຼວງ. ວັນໜຶ່ງທ້າວໄດ້ສັ່ງໃຫ້ນາງກັງຮີຈັດການຫຼິ້ນມະຫໍລະສົບຄົບງັນໃຫ້ບ່າວໄພ່ທັງເມືອງໄດ້ຊຸມເຂົ້າຊຸມເຫຼົ້າຊື່ນມ່ວນ. ສ່ວນທ້າວກໍເອົາເຫຼົ້າແຈກນາງກັງຮີຫຼາຍໆເມົາເຫຼົ້າແລ້ວກໍພາກັນນອນລັບໄປຢ່າງບໍ່ຮູ້ເມື່ອຄີງ. ທ້າວພຸດທະເສນ ເຫັນ ນາງກັງຮີແລະໄພ່ພົນຍັກນອນງຽບສະຫງັດແລ້ວທ້າວກໍເຂົ້າໄປເອົາກົງໃຈຂອງນາງຍັກສຸນທະລາ ເອົາຕານາງສິບສອງ ເອົາໝາກເວີ້ຮູ້ຫາວໝາກນາວຮູ້ໂຫ່ແລ້ວຫວ້ານດີວິເສດຫຼາຍຊະນິດ. ຈາກນັ້ນທ້າວກໍຂຶ້ນຂີ່ມ້າລັກໜີໄປກາງຄືນ. ເມື່ອນາງກັງຮີ ສວ່າງເຫຼົ້າຮູ້ສຶກຕົວຄືນມາ ຊອກຫາຜົວບໍ່ເຫັນກໍເອົາລິພົນອອກຕິດຕາມທ້າວພຸດທະເສນເຫັນດັ່ງນັ້ນກໍເອົາຫວ້ານດີວິເສດຂວ່າງໄປເກີດເປັນປ່າໄຜ່ໜາມ ເປັນໜອງ ເປັນໄຟເຜົາແຜ່ນດິນຕັນທາງທີ່ນາງຈະຕິດຕາມມາ. ນາງກໍເອົາລິພົນຟັນປ່າໄຜ່ຖົມໜອງ ແລະ ມອດໄຟຕິດຕາມມາໄດ້. ທ້າຍສຸດ ທ້າວກໍເອົາຫວ້ານຊະນິດໜຶ່ງຂວ່າງໄປເປັນແມ່ນ້ຳໃຫຍ່ ມີພຸເຝືອນແປວໄຫລຟອງຟາດຢ່າງຮ້າຍແຮງ. ນາງກັງຮີເມື່ອມາເຖິງແຄມນ້ຳນີ້ກໍຕິດຕາມໄປບໍ່ໄດ້ນາງຈຶ່ງເອີ້ນຫາຜົວໃຫ້ກັບຄືນດ້ວຍຄວາມສະເໜ່ຫາຮັກທ້າວບໍ່ກັບ ນາງຈິ່ງເອົາໄພ່ພົນກັບຄືນມາສູ່ເມືອງແຫ່ງຕົນ ນາງມີຄວາມໂທມະນັດຄັບແຄ້ນແໜ້ນຫົວໃຈເປັນທີ່ສຸດ ບໍ່ກິນເຂົ້ານ້ຳ ແລະ ອາຫານ ແລ້ວກໍເສຍຊີວິດໄປ ກ່ອນໃຈຈະຂາດນາງໄດ້ໄຫວ້ວອນເທວະດາ ຂໍຜູກກຳໝາຍເວນແກ່ຜົວຂໍໃຫ້ຜົວໄດ້ຕາຍຍ້ອນຄວາມສະເໜ່ຫາຮັກເໝືອນດັ່ງນາງ. ທ້າວພຸດທະເສນເມື່ອໄປຮອດນະຄອນຫຼວງແລ້ວກໍໄປສູ່ທີ່ຢູ່ ແມ່ ແລະ ປ້າຂອງຕົນ, ເອົາໝາກເວີ້ຮູ້ຫາວໝາກ ນາວຮູ້ໂຫ່ບີບໃສ່ໜ່ວຍຕານາງສິບສອງແລ້ວກໍຮຸ່ງແຈ້ງດັ່ງເດີມ. ເສັດແລ້ວທ້າວກໍເຂົ້າໄປໄຫວ້ພະຍາພໍ່ແຫ່ງຕົນໃນພະລາດຊະວັງ. ນາງຍັກສູນທະລາມາບເຫັນທ້າວ ກໍອັດສະຈັນເພາະວ່າໂຕໄດ້ຂຽນໜັງສືໃຫ້ ນາງກັງຮີ ຈີກກິນທ້າວແລ້ວ ເປັນປະການໃດຈຶ່ງບໍ່ກິນ ແລະ ກັບຄືນມາໄດ້ ດ້ວຍຄວາມພິໂລດໂກດແຄ້ນ ນາງຈິ່ງກາຍເປັນຮູບຍັກເໝືອນເດີມແລ້ວກໍໂດດໄປຫວັງຈະຈີກກິນທ້າວພຸດທະເສນ. ທ້າວກໍເອົາດາບຕັດກົງໃຈຂອງນາງຍັກໃຫຍ່ໃຫ້ຂາດ. ກ່ລົ້ມ ຕາຍໄປໃນຂະນະນັ້ນ. ເມື່ອນາງຍັກສູນທະລາຕາຍແລ້ວ ທ້າວພຸດທະເສນກໍໄປເອົາຍັງແມ່ ແລະ ປ້າແຫ່ງຕົນກັບເຂົ້າມາໃນພະລາດຊະວັງນຳພະຍາພໍ່ດັ່ງເດີມ. ເສັດແລ້ວທ້າວກໍລາພະຍາຕົນພໍ່ແມ່ ແລະ ປ້າກັບຄືນເມືອຫາ ນາງກັງຮີຜູ້ເປັນເມຍພໍໄປເຖິງເມືອງໄວຍະລັບປະຕິກໍເຫັນນາງກັງຮີຕາຍຢູ່. ດ້ວຍຄວາມຜູກກຳໝາຍເວນຂອງນາງດັ່ງກ່າວແລ້ວ ທ້າວກໍເກີດຄວາມສະເໜ່ຫາຮັກນາງຢ່າງທີ່ສຸດມີຄວາມຄັບແຄ້ນແໜ້ນໃຈບໍ່ອາດຈະຕັ້ງຕົນຢູ່ໄດ້ຈຶ່ງສະຫຼົບທົບທ່າວລົງແລ້ວກໍຂາດໃຈຕາຍນຳນາງກັງຮີ. ເມື່ອທ້າວພຸດທະເສນຕາຍໄປນັ້ນໄດ້ເອົາຫົວໝູນຕີນນາງກັງຮີຢູ່ ເທບໄທ້ຢູ່ເທິງສະຫວັນຫຼິງເປັນດັ່ງນັ້ນ ຈຶ່ງພິຈາລະນາເຫັນວ່າເປັນຂອງບໍ່ຄວນດ້ວຍຕໍ່ໄປໃນພາຍໜ້າຜູ້ຍິງຈະຂົ່ມຜູ້ຊາຍເກີນໄປ ຈຶ່ງລົງມາຕ່າວສົບເຂົາທັງສອງໂດຍການເອົາສົບນາງກັງຮີເປັນຝ່າຍໝູນຕີນທ້າວ.
ລາວບູຮານຈົນໄດ້ເລົ່າສືບກັນມາວ່າສົບທ້າວພຸດທະເສນ ແລະ ນາງກັງຮີໄດ້ກາຍມາເປັນ ພູທ້າວ ແລະ ພູນາງ. ບ່ອນລືສີຕັດເຊືອກເອົາໜັງສືອອກຈາກຄໍມ້າແລ້ວແກ້ໄຂໃຈຄວາມນັ້ນແມ່ນ ຜາຕັດແກ້ ເຊິ່ງຢູ່ຝັ່ງຂວາແມ່ນ້ຳຂອງຕໍ່ໜ້ານະຄອນຫຼວງພະບາງ ສວນອຸທິຍານນາງກັງຮີນັ້ນວ່າແມ່ນທີ່ດິນຄ້າຍທະຫານໃນເວລານີ້. ຊຶ່ງແຕ່ກ່ອນຮຽກວ່າສວນແຖນມີພຶກສາໝາກໄມ້ອັນກິນແຊບຫຼາຍປະການ ແລະ ມີດອກໄມ້ອັນງົດງາມລາຍຊະນິດເປັນບ່ອນສຳລານພານໃຈມາກໜັກ. ເມື່ອທ້າວພຸດທະເສນເກັບເອົາໝາກເວີ້ຮູ້ຫາວໝາກນາວຮູ້ໂຫ່ນັ້ນທ້າວຟ້າວຟັ່ງໄປທີ່ສຸດໝາກໄມ້ເຫຼົ່ານັ້ນກໍເຮ່ຍຮວາຍໄປຈຶ່ງກາຍເປັນຫາດໝາກນາວໃນກາລະບັດນີ້. ວິນຍານຂອງນາງກັງຮີຕາມທີ່ເລົ່າກັນມາກໍຍັງມາສູນນາງທຽມທີ່ບ້ານຊຽງແມນຈົນກາລະບັດນີ້.
ຂຽນໂດຍ:ນາງ ສາຍວາລິນ ບໍລະວົງ
ຮູບພາບປະກອບ:ມໍລະດົກລ້ານຊ້າງ
ຈາກເຟສບຸ໊ກເພສ: ບູຮານຄະດີແລະປະຫວັດສາດລາວ
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!