spot_img
Homeຂ່າວຕ່າງປະເທດສະຫະລັດ ແລະ ອັງກິດ ເລັ່ງອົບພະຍົບເຈົ້າໜ້າທີ່ສະຖານທູດ ຫຼັງກຸ່ມຕາລີບັນເຂົ້າຢຶດເມືອງໃຫຍ່ໃນອາຟການິດສະຖານ

ສະຫະລັດ ແລະ ອັງກິດ ເລັ່ງອົບພະຍົບເຈົ້າໜ້າທີ່ສະຖານທູດ ຫຼັງກຸ່ມຕາລີບັນເຂົ້າຢຶດເມືອງໃຫຍ່ໃນອາຟການິດສະຖານ

Published on

ສຳນັກຂ່າວ Reuters ລາຍງານ: ສະຫະລັດອາເມລິກາ ແລະ ອັງກິດ ກຽມສົ່ງທະຫານຫຼາຍພັນຄົນເພື່ອຊ່ວຍອົບພະຍົບເຈົ້າໜ້າທີ່ ແລະ ສະຖານທູດຂອງຕົນໄປຍັງເຂດປອດໄພ ພາຍຫຼັງກຸ່ມຕາລີບັນເຂົ້າຢຶດເມືອງກັນດາຮາ ແລະ ເຮຣັດ ເຊິ່ງເປັນເມືອງໃຫຍ່ອັນດັບສອງ ແລະ ສາມຂອງອາຟການິດສະຖານ.

ການເຂົ້າຢຶດຄອງສອງເມືອງໃຫຍ່ໃນອາຟການິດສະຖານ ໄດ້ກາຍເປັນຕົວແທນແຫ່ງໄຊຊະນະທາງການທະຫານຄັ້ງໃຫຍ່ສຸດຂອງກຸ່ມຕາລີບັນ ນັບແຕ່ເລີ່ມບຸກໂຈມຕີໃນວົງກວ້າງໃນເດືອນພຶດສະພາຜ່ານມາ ຂະນະທີ່ທາງສະຫະລັດອາເມລິກາກຽມຈັດສົ່ງທະຫານເພີ່ມ 3000 ຄົນ ພາຍໃນ 48 ຊົ່ວໂມງ ເພື່ອຊ່ວຍອົບພະຍົບເຈົ້າໜ້າທີ່ສະຖານທູດ, ສ່ວນອັງກິດກໍກຽມຈັດສົ່ງກຳລັງທະຫານປະມານ 600 ຄົນ ເພື່ອຊ່ວຍອົບພະຍົບພົນລະເມືອງຂອງຕົນ ພ້ອມນັກແປພາສາໃນທ້ອງຖິ່ນ.

ອົງການສະຫະປະຊາຊາດກ່າວເຕືອນວ່າ ການຮຸກຮານຂອງກຸ່ມຕາລີບັນໄປເຖິງເມືອງຫຼວງຂອງປະເທດໃນຄັ້ງນີ້ ຈະສົ່ງຜົນກະທົບຮ້າຍແຮງຕໍ່ພົນລະເມືອງ, ສ່ວນສະຫະລັດກໍຈະເພີ່ມຖ້ຽວບິນ ພ້ອມອອກວີຊ່າພິເສດ ສຳລັບຄົນອາຟການິດສະຖານຜູ້ທີ່ພະຍາຍາມໃຫ້ການຊ່ວຍເຫຼືອສະຫະລັດ ພ້ອມຢືນຢັນທີ່ຈະໃຫ້ການສະໜັບສະໜູນລັດຖະບານອາຟການິດສະຖານ ໃນການແກ້ໄຂປັນຫາຂໍ້ຂັດແຍ່ງທາງການເມືອງນຳອີກ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...