spot_img
Homeຂ່າວພາຍ​ໃນສະຫະລັດປະກາດເພີ່ມທຶນຊ່ວຍເຫລືອລາວ 15 ລ້ານໂດລາເພື່ອເກັບກູ້ລະເບີດບໍ່ທັນແຕກ

ສະຫະລັດປະກາດເພີ່ມທຶນຊ່ວຍເຫລືອລາວ 15 ລ້ານໂດລາເພື່ອເກັບກູ້ລະເບີດບໍ່ທັນແຕກ

Published on

ຂປລ. ລັດຖະບານສະຫະລັດອາເມລິກາປະກາດເພີ່ມທຶນຊ່ວຍເຫລືອໃຫ້ລາວ 15 ລ້ານໂດລາສະຫະລັດເເຂົ້າໃນຂົງເຂດວຽກງານການເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວພາຍໃນປີນີ້.

ທ່ານ ແດນຽວ ຣຸດແຊວ (Daniel Russel) ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ໄດ້ປະກາດເພີ່ມທຶນຊ່ວຍເຫລືອ 15 ລ້ານໂດລາສະຫະລັດໃຫ້ລັດຖະບານລາວເຂົ້າວຽກເກັບກູ້ລະເບີດບໍ່ທັນແຕກຢູ່ກອງປະຊຸມພົບປະ-ປຶກສາຫາລືຮອບດ້ານສອງຝ່າຍຈັດຂຶ້ນທີ່ນະຄອນ ວໍຊິງຕັນດີຊີ ໃນວັນທີ 19 ມິຖຸນານີ້ ເຊິ່ງຄະນະຜູ້ແທນລາວ ນຳໂດຍ ທ່ານນາງ ສູນທອນ ໄຊຍະຈັກ, ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດໄດ້ສະແດງຄວາມຂອບອົກຂອບໃຈ ທີ່ທາງ ຝ່າຍສະຫະລັດອາເມລິກາ ສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນຢ່າງໜັກແໜ້ນ ຕໍ່ກັບວຽກງານ ເກັບກູ້ລະເບີດບໍ່ທັນແຕກ.

ທ່ານ ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ສະຫະລັດອາເມລິກາພ້ອມຄະນະໄດ້ເຂົ້າຮ່ວມ ກອງປະຊຸມພົບປະ-ປຶກສາຫາລືຮອບດ້ານສອງຝ່າຍໄດ້ອະທິບາຍວ່າ ການປະກາດເພີ່ມທຶນຊ່ວຍເຫລືອຈຳນວນ 15 ລ້ານໂດລາສະຫະລັດແມ່ນເພື່ອຕອບສະໜອງຄວາມມຸ້ງຫວັງຂອງທັງສອງຝ່າຍລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ໃນ ບາດກ້າວ ຂອງການສຳຫລວດແບບປະຖົມປະຖານທີ່ບໍ່ແມ່ນທາງດ້ານວິຊາການ ແລະ ການສຳຫລວດ ທາງດ້ານເຕັກນິກ ວິຊາການໃນເຂດທີ່ມີຄວາມສ່ຽງຢູ່ສປປ ລາວ.

ນັບແຕ່ປີ 1993, ສະຫະລັດອາເມລິກາໄດ້ໃຫ້ທຶນສະໜັບສະໜູນຊ່ວຍເຫລືອຫລາຍກວ່າ 85 ລ້ານໂດລາສະຫະລັດໃນຂົງເຂດວຽກງານການເກັບກູ້ລະເບີດທີ່ບໍ່ທັນແຕກຢູ່ໃນ ສປປ ລາວ.
ກ່ອນທີ່ຈະມີການຊ່ວຍເຫລືອເພີ່ມຂຶ້ນໃນປີນີ້, ສະຫະລັດອາເມລິກາໄດ້ໃຫ້ທຶນຊ່ວຍເຫລືອ 9 ລ້ານໂດລາສະຫະລັດໃນປີ 2012 ແລະ 2013 ແລະ ຈຳນວນ 12 ລ້ານໂດລາສະຫະລັດໃນປີ 2014.

ຂ່າວ: ຂ່າວສານປະເທດລາວ. ພາບ: UXO

1391509_1453873138262769_8042254865339277048_n 1533911_1453873154929434_8283360698466763713_n 11205615_1453873178262765_6545992223832891208_n

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...