spot_img
Homeຂ່າວຕ່າງປະເທດສະຫະພາບເອີຣົບປະກາດຄວໍ້າບາດມຽນມາເພື່ອຕອບໂຕ້ການລັດຖະປະຫານ

ສະຫະພາບເອີຣົບປະກາດຄວໍ້າບາດມຽນມາເພື່ອຕອບໂຕ້ການລັດຖະປະຫານ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນທີ 20 ເມສາ 2021 ສະຫະພາບເອີຣົບ (EU) ໄດ້ປະກາດຄວໍ້າບາດມຽນມາ ເພື່ອໂຕ້ຕອບລັດຖະບານມຽນມາທີ່ເຮັດລັດຖະປະຫານໂຄ້ນລົ້ມລັດຖະບານພົນລະເຮືອນໃນວັນທີ 1 ກຸມພາ ທີ່ຜ່ານມາ.

ທັງນີ້, EU ປະກາດຄວໍ້າບາດບູກຄົນ 10 ຄົນ ແລະ ບໍລິສັດ 2 ແຫ່ງທີ່ກ່ຽວຂ້ອງກັບລັດຖະບານທະຫານຂອງມຽນມາ ໂດຍຜູ້ທີ່ຢູ່ໃນລາຍຊື່ຖືກຄວໍ້າບາດດັ່ງກ່າວຈະບໍ່ສາມາດໄດ້ຮັບເງິນທຶນຈາກຜູ້ທີ່ອາໃສຢູ່ໃນ EU ລວມເຖິງບໍລິສັດທີ່ຕັ້ງໃນ EU.

ຖະແຫຼງການກ່າວວ່າ “ ພວກເຂົາເຈົ້າມີຄວາມຮັບຜິດຊອບຕໍ່ການທຳລາຍລະບອບປະຊາທິປະໄຕ ແລະ ກົດໝາຍໃນມຽນມາ ລວມທັງການລະເມີດສິດທິມະນຸດຢ່າງຮຸນແຮງ”

ໃນຕົ້ນເດືອນມີນາທີ່ຜ່ານມາ ກະຊວງການຄ້າສະຫະລັດອອກຖະແຫຼງການໃນບັນຊີດຳຂອງກະຊວງພາຍໃນ ແລະ ກະຊວງປ້ອງກັນປະເທດມຽນມາ ເຊິ່ງແມ່ນອົງການຮັກສາຄວາມປອດໄພທີ່ພົວພັນໂດຍກົງກັບຕຳຫຼວດ ແລະ ການປະຕິບັດງານທາງທະຫານຂອງມຽນມາ ໃນການສະກັດກັ້ນການຕໍ່ຕ້ານລັດຖະປະຫານທີ່ຂ້ອນຂ້າງຍາວນັບຕັ້ງແຕ່ວັນທີ 1 ເດືອນກຸມພາທີ່ຜ່ານມາ.

ພ້ອມທັງຄວໍ້າບາດມຽນມາບໍລິສັດເສດຖະກິດມຽນມາ (MEHL) ເຊິ່ງບໍລິສັດດ້ານການລົງທຶນແຫ່ງຊາດຂອງມຽນ ແລະ ບໍລິສັດຄວາມມືທາງເສດຖະກິດມຽນມາ ເນື່ອງຈາກມີຄວາມເຊື່ອມໂຍງທາງໂຄງສ້າງກອງທັບມຽນມາດ້ວຍ.

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...