spot_img
Homeຂ່າວພາຍ​ໃນສະຫວັນນະເຂດສ້າງໂຮງໝໍພາກສະໜາມເພີ່ມຮອງຮັບຜູ້ປ່ວຍໂຄວິດ 19

ສະຫວັນນະເຂດສ້າງໂຮງໝໍພາກສະໜາມເພີ່ມຮອງຮັບຜູ້ປ່ວຍໂຄວິດ 19

Published on

Media Laos: ພາກສ່ວນກ່ຽວຂ້ອງຂອງແຂວງສະຫວັນນະເຂດໄດ້ສ້າງໂຮງໝໍພາກສະໜາມເພີ່ມ ສາມາດຮອງຮັບຜູ້ປ່ວຍໂຄວິດໄດ້ເຖິງ 1.000 ຄົນ ທັງນີ້ກໍເພື່ອເປັນການຮອງຮັບສະຖານທີ່ປິ່ນປົວສຳລັບຜູ້ຕິດເຊື້ອພະຍາດໂຄວິດ 19 ໃຫ້ພຽງພໍ ແລະ ຫຼີກລ່ຽງຄວາມແອອັດຂອງຜູ້ຕິດເຊື້ອພາຍໃນສູນປິ່ນປົວ.

ໂຮງໝໍພາກສະໜາມແຫ່ງໃໝ່ນີ້, ທາງຄະນະສະເພາະກິດແຂວງສະຫວັນນະເຂດ ໄດ້ກຳນົດເອົາ ບໍລິສັດອາເດີລານ ລາວຈຳກັດ ເປັນໂຮງໝໍສຳລັບປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ 19 ເຊິ່ງຈຸດດັ່ງກ່າວແມ່ນມີພື້ນທີ່ກວ້າງຂວາງ ທັງຫ່າງໄກຈາກຊຸມຊົນ ແລະ ສາມາດຮອງຮັບຜູ້ຕິດເຊື້ອໄດ້ສູງເຖິງ 1.000 ຄົນ ຂະນະທີ່ປັດຈຸບັນໂຮງໝໍດັ່ງກ່າວສາມາດເປີດໃຫ້ບໍລິການປິ່ນປົວເປັນທີ່ຮຽບຮ້ອຍແລ້ວ.

ອີງຕາມບົດລາຍງານຂອງຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ 19 ຂັ້້ນແຂວງ ໃນວັນທີ 13 ກໍລະກົດ 2021 ຮູ້ວ່າ: ທົ່ວແຂວງສະຫວັນນະເຂດພົບຜູ້ຕິດເຊື້ອພະຍາດໂຄວິດ 19 ສະສົມທັງໝົດ 427 ກໍລະນີ, ຕິດເຊື້ອໃໝ່ 7 ກໍລະນີ, ກໍາລັງປິ່ນປົວ 282 ກໍລະນີ. ໃນນັ້ນ, ເປັນແຮງງານນຳເຂົ້າຈຳນວນ 401 ກໍລະນີ ແລະ ອາດຈະມີຜູ້ຕິດເຊື້ອເພີ່ມຂຶ້ນອີກໃນແຕ່ລະວັນ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...