spot_img
Homeຂ່າວຕ່າງປະເທດສະຫລົດໃຈ! ເດັກນ້ອຍຊາວຈີນ 4 ອ້າຍນ້ອງ ກິນຢາຕາຍ ຫລັງພໍ່ແມ່ປະຢູ່ຕາມລຳພັງ - ທາງການສັ່ງປົດນາຍບ້ານ ຄູອາຈານ ຖານລະເລີຍໜ້າທີ່ເບິ່ງແຍງ!

ສະຫລົດໃຈ! ເດັກນ້ອຍຊາວຈີນ 4 ອ້າຍນ້ອງ ກິນຢາຕາຍ ຫລັງພໍ່ແມ່ປະຢູ່ຕາມລຳພັງ – ທາງການສັ່ງປົດນາຍບ້ານ ຄູອາຈານ ຖານລະເລີຍໜ້າທີ່ເບິ່ງແຍງ!

Published on

news10

ທາງການຈີນສັ່ງລົງໂທດເຈົ້າໜ້າທີ່ລັດ ຖານລະເລີຍການປະຕິບັດໜ້າທີ່ໃນການເບິ່ງແຍງເຂົາເຈົ້າ ເຮັດໃຫ້ເກີດເຫດການສະຫລົດໃຈ ກໍລະນີເດັກນ້ອຍຊາວຈີນ 4 ອ້າຍນ້ອງ ກິນຢາຂ້າໂຕຕາຍ ຫລັງຈາກຖືກພໍ່ ແລະ ແມ່ປະຖິ້ມໃຫ້ຢູ່ເຮືອນຕາມລຳພັງ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ມິຖຸນາຜ່ານມານີ້ວ່າ ເຫດການດັ່ງກ່າວເກີດຂຶ້ນເມື່ອເດັກນ້ອຍຊາວຈີນ 4 ອ້າຍນ້ອງ ເຊິ່ງອາໄສຢູ່ຕາມລຳພັງຢູ່ບ້ານ ທຽນຄານ ເຊິ່ງເປັນບ້ານໃນເຂດຊົນນະບົດຂອງແຂວງກຸ້ຍໂຈວ ທາງຕອນໃຕ້ຂອງປະເທດຈີນ ໄດ້ພາກັນກິນຢາຂ້າແມງໄມ້ເພື່ອຂ້າໂຕຕາຍຢ່າງໜ້າສະຫລົດໃຈ ໃນນັ້ນມີເດັກນ້ອຍຜູ້ຊາຍ 1 ຄົນ ແລະ ຍິງ 3 ຄົນ ອາຍຸລະຫວ່າງ 5-13 ປີ.  ເດັກນ້ອຍທັງ 4 ຄົນ ແມ່ນດຳລົງຊີວິດຢູ່ຮ່ວມກັນຕາມລຳພັງ ໂດຍພໍ່ຂອງພວກເຂົາສົ່ງເງິນມາໃຫ້ 700​ ຢວນ ຫລື ປະມານ 940,000 ກີບຕໍ່ເດືອນ ເພື່ອລ້ຽງຊີບ, ກ່ອນຕາຍຜູ້ເປັນອ້າຍໄດ້ຂຽນຈົດໝາຍເພື່ອລາຕາຍ ເຊິ່ງຖືກເຈົ້າໜ້າທີ່ຄົ້ນພົບ ຂຽນວ່າ ” ຂອບໃຈສຳລັບຄວາມເປັນຫ່ວງ ພວກເຮົາຮູ້ສຶກຊາບຊຶ້ງເຖິງຄວາມຫ່ວງໃຍ ແຕ່ມັນເຖິງເວລາທີ່ເຮົາຕ້ອງໄປແລ້ວ ເພາະເຄີຍສາບານໄວ້ວ່າ ຈະບໍ່ຢູ່ຕໍ່ໄປຈົນເຖິງອາຍຸ 15 ປີ ຄວາມຕາຍເປັນສິ່ງທີ່ເຮົາຕ້ອງການ ວັນນີ້ພວກເຮົາທຸກຄົນ ຈະກັບໄປຍັງຈຸດເລີ່ມຕົ້ນຂອງຊີວິດອີກເທື່ອໜຶ່ງ ”

ພາຍຫລັງເກີດເຫດ ທາງການຈີນໄດ້ມີຄຳສັ່ງປົດຕຳແໜ່ງນາຍບ້ານ ແລະ ສັ່ງໃຫ້ໂຈະການປະຕິບັດໜ້າທີ່ຊົ່ວຄາວຂອງເຈົ້າໜ້າທີ່ລັດໃນທ້ອງຖິ່ນດັ່ງກ່າວ ເຊິ່ງລວມທັງອຳນວຍການໂຮງງານ ແລະ ຄູອາຈານໂຮງຮຽນທີ່ເດັກນ້ອຍພວກນີ້ເປັນລູກສິດຢູ່ນຳອີກ ລວມທັງໝົດ 7 ຄົນ ຖານລະເລີຍການປະຕິບັດໜ້າທີ່ ອັນນຳມາເຊິ່ງເຫດການສະເທືອນໃຈດັ່ງກ່າວນີ້.

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...