ສະຫຍອງຂວັນ! ລົດກະບະຕຳລົດຈັກເສຍຊີວິດຄາທີ່ 2 ຄົນ

 

ອີງຕາມການລາຍງານຂອງ ສຳນັກຂ່າວ ຈຳປາໃໝ່ໃຫ້ຮູ້ວ່າ ໄດ້10599308_842746899092571_1018535311362446978_n

ເກີດເຫດການສະຫຍອງຂວັນ ເມື່ອລົດກະບະຕຳກັບລົດຈັກທີ່ສວນທາງກັນມາຢ່າງແຮງເຮັດ ໃຫ້ຄູ່ ຜົວເມຍຂີ່ລົດຈັກເສຍຊີວິດຄາທີ່ ກ່ອນພຸ່ງໄປຕຳເຮືອນປະຊາຊົນຢູ່ຂ້າງທາງ, ສ່ວນຜູ້ຂັບຂີ່ລົດໃຫຍ່ ໄດ້ຮັບບາດເຈັບສົມຄວນ.
ເຫດເກີດຂຶ້ນໃນວັນທີ 8 ກັນຍາ 2014 ເວລາ 10:25 ໂມງ ຢູ່ເສັ້ນທາງແຄມຂອງເຂດບ້ານຄັນແຍງ,ເມືອງຈຳປາສັກ ແຂວງຈຳປາສັກ. ທ່ານຮ້ອຍເອກ ລາດຊະນາວິນ ພິລາໄລ ຫົວໜ້າກອງແກ້ໄຂຄະດີອຸບັດເຫດ ພະແນກຈະລາຈອນແຂວງຈຳປາສັກໄດ້ໃຫ້ຮູ້ໃນວັນທີ 10ກັນຍາຜ່ານມາວ່າ: ເຫດການເບື້ອງຕົ້ນພາຫະນະທັງສອງຄັນເດີນສວນທາງກັນ. ໂດຍລົດກະບະ ມິດຊູບີຊິ ໄທທັນ ໝາຍເລກທະບຽນ ກທ 8086 ກຳແພງນະຄອນ,ຂັບຂີ່ໂດຍນາງບົວສອນ ທຳມະຂັນ ອາຍຸ 48 ປີ ສັນຊາດລາວ ອາຊີບພະນັກງານ ບ້ານຢູ່ປັດຈຸບັນບ້ານທ່າຫຼວງ ເມືອງປາກເຊ, ຂັບຂີ່ອອກໄປຈາກເມືອງປາກເຊ ເພື່ອໄປຢາມພີ່ນ້ອງຢູ່ບ້ານ ວັດໄຊ ເມືອງຈຳປາສັກ ໂດຍມີທ້າວສົມປະສົງ ອາຍຸ 39 ປີສັນຊາດລາວ ອາຊີບພະນັກງານ ຊຶ່ງເປັນພີ່ນ້ອງຂອງ ນາງບົວສອນນັ່ງໄປນຳ.ເມື່ອມາຮອດລະຫວ່າງເຂດບ້ານຄັນແຍງເມືອງຈຳປາສັກ ຈຶ່ງໄດ້ຕຳກັບລົດຈັກຊູຊູກີສະແມັສ ເລກທະບຽນ ຈນ 2454 ຂັບຂີ່ໂດຍທ້າວດວງອາຍຸ 40 ປີສັນຊາດລາວ ອາຊີບກຳມະກອນ ຢູ່ບ້ານໜອງຂາມ ເມືອງຈຳປາສັກ ແລະ ມີຜູ້ຊ້ອນທ້າຍຊື່ນາງຕິກ ອາຍຸ 30 ປີສັນຊາດລາວ ອາຊີບແມ່ເຮືອນ ຊຶ່ງເປັນເມຍຂອງທ້າວດວງທີ່ຂັບຂີ່ສວນທາງມາຈາກເມືອງຈຳປາສັກ.
ຜົນເສຍຫາຍຈາກອຸບັດເຫດຄັ້ງນີ້ເຮັດໃຫ້ຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍລົດຈັກທີ່ເປັນຄູ່ຜົວເມຍເສຍຊີວິດຄາທີ່; ນາງບົວສອນຜູ້ຂັບຂີ່ລົດໃຫຍ່ ໄດ້ຮັບບາດເຈັບສົມຄວນຕາມໃບໜ້າ ແລະ ຕົນໂຕ, ທ້າວສົມປະສົງຜູ້ນັ່ງໄປນຳບາດເຈັບເລັກນ້ອຍຈາກເສດແກ້ວຟົ້ງໃສ່. ສ່ວນລົດກະບະເປ່ເພສົມຄວນ, ລົດຈັກເປ່ເພໃຊ້ການບໍ່ໄດ້. ຫຼັງຈາກທີ່ຕຳລົດຈັກແລ້ວ ລົດກະບະຍັງເສຍຫຼັກເຈືອກໄປຕຳເຮືອນປະຊາຊົນທີ່ຢູ່ແຄມທາງກ້ຳຂວາມືຕາມທິດເດີນທາງ ໄປຕຳເອົາເສົາເຮືອນ ແລະ ຂາງເຮືອນເຮັດໃຫ້ເສົາເຮືອນຫັກ ຊຶ່ງເຮືອນດັ່ງກ່າວຄາດວ່າຄົງປຸກສ້າງສຳເລັດແລ້ວປະມານ 70-80%.
ອຸບັດເຫດນີ້ ນັບວ່າເປັນສິ່ງເຕືອນໃຈໃຫ້ຜູ້ຂັບຂີ່ລົດຕ້ອງໄດ້ລະມັດລະວັງ ຂັບຂີ່ດ້ວຍຄວາມບໍ່ປະ ໝາດ ແລະ ບໍ່ຂັບຂີ່ລົດໄວເກີນກຳນົດ, ເພື່ອຄວາມປອດໄພຂອງຊີວິດ ແລະ ຊັບສິນຂອງຕົນເອງ ແລະ ເພື່ອນຮ່ວມເດີນທາງ.

ຂ່າວ: ສຸລິນ,
ພາບ: ກອງແກ້ໄຂຄະດີອຸບັດເຫດ