Homeຂ່າວຕ່າງປະເທດຜູ້ຊ່ຽວຊານເຊື່ອ ກັບຕັນ MH370 ເຮັດໃຫ້ຜູ້ໂດຍສານຂາດອົກຊີເຢັນ ກ່ອນດິ່ງລົງທະເລ!

ຜູ້ຊ່ຽວຊານເຊື່ອ ກັບຕັນ MH370 ເຮັດໃຫ້ຜູ້ໂດຍສານຂາດອົກຊີເຢັນ ກ່ອນດິ່ງລົງທະເລ!

Published on

 

ຜູ້ຊ່ຽວຊານເປີດເຜີຍຂໍ້ສັນນິຖານໃໝ່ ກັບຕັນຖ້ຽວບິນ MH370 ທີ່ຍັງຫາຍສາບສູນ ອາດເຮັດໃຫ້ຜູ້ໂດຍສານຂາດອົກຊີ

ເຢັນເສຍຊີວິດຍົກລຳ ກ່ອນດິ່ງລົງມະຫາສະໝຸດ.

 

ເມື່ອວັນທີ 16 ກັນຍາ 2014 ສຳນັກຂ່າວຕ່າງປະເທດລາຍງານວ່າ ການສືບສວນກໍລະນີຖ້ຽວບິນ MH370 ມາເລເຊຍ

ແອຣ໌ລາຍ ບິນຫາຍສາບສູນນັ້ນ ຜູ້ຊ່ຽວຊານເປີດເຜີຍຄວາມເຊື່ອທີ່ວ່າ ກັບຕັນໜ້າຈະວາງແຜນການຄາດຕະກຳໝູ່ໄວ້

ກ່ອນຂຶ້ນບິນແລ້ວ ແລະ ອາດເຮັດໃຫ້ຜູ້ໂດຍສານຂາດອົກຊີເຢັນຍົກລຳ ລວມທັງລະບົບການສື່ສານຕ່າງໆ ກ່ອນທີ່ເຮືອ

ບິນຈະສູນຫາຍໄປຈາກຈໍຣາດາ.

 

ທ່ານ ອີວານ ວິນສັນ ຜູ້ຈັດການສາຍການບິນກີວີແອຣ໌ໄລ ເຊິ່ງເຄີຍເປັນນັກບິນໄດ້ເປີດເຜີຍວ່າ ຈາກການກວດສອບຂໍ້

ສັນນິຖານທີ່ເປັນໄປໄດ້ນັ້ນ ເຂົາມີເຊື່ອວ່າ ກັບຕັນ ຊາຮາຣີ ອາໝັດ ຊາ ອາຍຸ 53 ປີ ເຊິ່ງເປັນຜູ້ຄວບຄຸມຖ້ຽວບິນດັ່ງກ່າວ

ໜ້າຈະມີການວາງແຜນການກໍ່ວິນາດສະກຳເຮືອບິນ ໂດຍເຂົາໄດ້ລັອກໂຕເອງ ແລະ ນັກບິນຜູ້ຊ່ວຍໄວ້ນອກຫ້ອງນັກ

ບິນ ແລ້ວປິດລະບົບສື່ສານ ແລະ ຫລຸດຄວາມກົດດັນອາກາດພາຍໃນຫ້ອງໂດຍສານ ເພື່ອໃຫ້ຜູ້ໂດຍສານ ແລະ ໂຕຂອງ

ເຂົາເອງຂາດອົກຊີເຢັນຈົນເສຍຊີວິດ.  ພ້ອມນັ້ນ ທ່ານ ວິນສັນ ຍັງໄດ້ກ່າວວ່າ ຕະຫລອດໄລຍະເວລາ 30 ປີທີ່ຜ່ານມາ

ມີເຫດການຂ້າໂຕຕາຍເທິງເຮືອບິນລັກສະນະແບບນີ້ມາແລ້ວ 5 ຄັ້ງ ໂດຍໄດ້ພາກຊີວິດຜູ້ຄົນໄປກ່ວາ 422 ຊີວິດ ແລະ

ຫາກລວມກັບໂສກນາດຕະກຳທີ່ເກີດກັບ MH370 ນີ້ເຂົ້າໄປນຳ ກໍຈະມີຜູ້ເສຍຊີວິດເຖິງ 661 ຄົນ.

 

ທ່ານ ວິນສັນ ຍັງໄດ້ອະທິບາຍວ່າ ຫລັງຈາກທີ່ເກີດເຫດສຸກເສີນເທິງເຮືອບິນແລ້ວ ເຖິງແມ່ນວ່າໜ້າກາກອົກຊີເຢັນ

ຈະຕົກລົງມາຢູ່ເທິງຫົວຂອງຜູ້ໂດຍສານເພື່ອໃຫ້ສວມໃສ່ກໍຕາມ ແຕ່ກໍສາມາດໃຫ້ອົກຊີເຢັນໄດ້ພຽງແຕ່ 20 ນາທີເທົ່າ

ນັ້ນ ຫາກຍິ່ງມີຜູ້ໂດຍສານຄົນໃດນອນຫລັບຢູ່ ແລ້ວບໍ່ໄດ້ດຶງເອົາໜ້າກາກອົກຊີເຢັນມາສວມໃສ່ ກໍຈະເສຍຊີວິດພາຍ

ໃນເວລາບໍ່ພໍເທົ່າໃດນາທີ, ສ່ວນຕົວກັບຕັນເອງນັ້ນ ກ່ອນທີ່ເຂົາຈະໝົດສະຕິໄປ ກໍໄດ້ຕັ້ງລະບົບໂອໂຕໄພລັອດ ຫລື

ລະບົບການບິນອັດຕະໂນມັດໄວ້ຮຽບຮ້ອຍ ຈາກນັ້ນເຮືອບິນຈິ່ງບິນຕໍ່ໄປ ແລະ ໄດ້ດິ່ງລົງພື້ນສູ່ມະຫາສະໝຸດເລິກທັງລຳ

ດ້ວຍຄວາມໄວສູງ ເຊິ່ງນັ້ນເປັນເຫດຜົນທີ່ວ່າ ເປັນຫຍັງພວກເຮົາຈິ່ງບໍ່ພົບຊາກເຮືອບິນລອຍເໜືອຜິວມະຫາສະໝຸດ.

 

ຢ່າງໃດກໍດີ ການເປີດເຜີຍຂອງວິນສັນນັ້ນ ຍັງຄົງເປັນພຽງໜຶ່ງໃນຂໍ້ສັນນິຖານທີ່ຍັງຄົງຫາຫລັກຖານບໍ່ໄດ້ເທື່ອ ເຊັ່ນ

ດຽວກັນກັບຂໍ້ສັນນິຖານອື່ນໆທີ່ມີອອກມາ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...