spot_img
Homeຂ່າວຕ່າງປະເທດຮິນລາຣີ ຄລີນຕັນ ເປີດເຜີຍກຽມລົງສະໝັກຊິງປະທານາທິບໍດີ USA ອີກຄັ້ງ!

ຮິນລາຣີ ຄລີນຕັນ ເປີດເຜີຍກຽມລົງສະໝັກຊິງປະທານາທິບໍດີ USA ອີກຄັ້ງ!

Published on

 

ຮີນລາຣີ ຄລີນຕັນ ອະດີດລັດຖະມົນຕີການຕ່າງປະເທດສະຫະລັດອາເມຣິກາ ກຳລັງທົບທວນທີ່ຈະລົງສະໝັກຊິງ

ຕຳແໜ່ງປະທານາທິບໍດີທຳນຽບຂາວອີກເທ່ື່ອໜຶ່ງໃນສະໄໜໜ້ານີ້.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 16 ກັນຍາ 2014 ຜ່ານມານີ້ວ່າ ທ່ານນາງ ຮີນລາຣີ ຄລີນຕັນ ອະດີດລັດ

ຖະມົນຕີການຕ່າງປະເທດສະຫະລັດອາເມຣິກາ ໄດ້ເດີນທາງກັບໄປທີ່ລັດໄອໂອວາອີກເທື່ອໜຶ່ງ ນັບຕັ້ງແຕ່ທີ່ເຄີຍ

ລົງສະໝັກເລືອກຕັ້ງ ເພື່ອເປັນຕົວແທນຂອງພັກເດໂມແຄຣັດ ເພື່ອຊິງຕຳແໜ່ງປະທານາທິບໍດີ ເມື່ອປີ 2008

ທ່າມກາງການຄາດເດົາວ່າ ນາງຈະລົງສະໝັກຊິງຕຳແໜ່ງອີກເທື່ອໜຶ່ງ ຫລື ບໍ່.

 

ທັງນີ້ ທ່ານນາງ ຄລີນຕັນ ເຊິ່ງໄດ້ໄປຮ່ວມປຸກລະດົມຫາເງິນທຶນໃຫ້ກັບ ທ່ານ ທອມ ຮາກຶນ ວຸດທິສະມາຊິກຈາກພັກ

ເດໂມແຄຣັດ ໄດ້ກ່າວວ່າ ເປັນເລື່ອງຈິງທີ່ຕົນເອງກຳລັງຄິດທີ່ຈະລົງສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ

ອີກເທື່ອໜ່ຶງ.

 

ຢ່າງໃດກໍຕາມ ທ່ານນາງຄລີນຕັນ ໄດ້ບອກວ່າ ການລົງຂົນຂວາຍຫາສຽງສຳລັບການເລືອກຕັ້ງປະທານາທິບໍດີນັ້ນ

4 ປີ ຈິ່ງຈະມີຂຶ້ນເທື່ອໜຶ່ງ ແລະ ບໍ່ຄືກັນກັບການເລືອກຕັ້ງກາງສະໄໝທີ່ຈັດຂຶ້ນ 2 ປີຕໍ່ເທື່ອໜຶ່ງ ເພື່ອເລືອກຕັ້ງສະ

ມາຊິກຂອງສະພາຄອງເກຣດ ຫລື ສະພາຜູ້ແທນຂອງສະຫະລັດ.

 

ທ່ານນາງ ຮີນລາຣີ ຄລີນຕັນ ຂະນະຢ້ຽມຢາມ ສປປ ລາວ ໃນວັນທີ 11 ກໍລະກົດ 2012

In-historic-visit-Clinton-reaches-out-to-Laos-2F1RE6IO-x-large

 

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...