spot_img
Homeຂ່າວຕ່າງປະເທດສະວີເດນຈັບກຸມຕົວຜູ່ຕ້ອງສົງໃສຂັບລົດໄລ່ຕຳຄົນກາງນະຄອນຫຼວງສະຕອກໂຮມ

ສະວີເດນຈັບກຸມຕົວຜູ່ຕ້ອງສົງໃສຂັບລົດໄລ່ຕຳຄົນກາງນະຄອນຫຼວງສະຕອກໂຮມ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ສະຕອກໂຮມ ປະເທດສະວີເດນ ເມື່ອວັນທີ 8 ເມສາ 2017 ກ່ຽວກັບຄວາມຄືບໜ້າຫຼັງເກີດເຫດຄົນຮ້າຍຂັບລົດບັນທຸກພຸ່ງຊົນຫ້າງສັບພະສິນຄ້າ “ອາເລນສ໌” ຕັ້ງຢູ່ທີ່ຖະໜົນຄວິນ ເຊິ່ງເປັນໜຶ່ງໃນເສັ້ນທາງສາຍຫຼັກໃນນະຄອນຫຼວງສະຕອກໂຮມ ເມື່ອວັນສຸກ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ ແລະ ໄດ້ຮັບບາດເຈັບ 15 ຄົນ ວ່າເຈົ້າໜ້າທີ່ສາມາດຈັບກຸມຕົວຜູ້ຕ້ອງສົງໃສໄດ້ຢ່າງໜ້ອຍ 1 ຄົນ ເປັນຊາຍຊາວອຸຊເບກິສຖານ ອາຍຸ 39 ປີ ແລະ ມີຄວາມເຊື່ອມໂຍງໃນຖານະຜູ້ສະໜັບສະໜູນກຸ່ມໄອເອສ ຂະນະທີ່ສື່ທ້ອງຖິ່ນຫຼາຍແຫ່ງລາຍງານວ່າມີການຈັບກຸມຕົວຜູ້ຕ້ອງສົງໃສຄົນທີ 2 ແລ້ວ ແຕ່ຕຳຫຼວດຍັງປະຕິເສດທີ່ຈະໃຫ້ຂໍ້ມູນເພີ່ມເຕີມໃນເລື່ອງນີ້

ຫຼັງເກີດເຫດນາຍົກລັດຖະມົນຕີ ສະເຕຟານ ເລີຟເວນ ສັ່ງຍົກລະດັບມາດຕະການຄວບຄຸມພົມແດນ ແລະ ປະນາມເຫດການທີ່ເກີດຂຶ້ນວ່າເປັນ “ການກໍ່ການຮ້າຍ” ເຊິ່ງຫາກໄດ້ຮັບການຢືນຢັນຈາກຝ່າຍສືບສວນ ຈະຖືວ່າເປັນການກໍ່ການຮ້າຍຄັ້ງທຳອິດໃນແຜ່ນດິນສະວິເດນທີ່ສົ່ງຜົນໃຫ້ມີຜູ້ເສຍຊີວິດ ແລະ ເປັນການກໍ່ການຮ້າຍໃນຄັ້ງທຳອິດໃນພາກພື້ນສະແກນດີເນເວຍ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...