spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສະມາຊິກພີເອສຄວນທຳໃຈ! ອາດຈະບໍ່ໄດ້ເງິນຄືນແບບງ່າຍໆຄືຕອນໄປຝາກ

ສະມາຊິກພີເອສຄວນທຳໃຈ! ອາດຈະບໍ່ໄດ້ເງິນຄືນແບບງ່າຍໆຄືຕອນໄປຝາກ

Published on

ເຖິງແມ່ນປະທານບໍລິສັດພີເອັສ ທ່ານນາງ ສຸກນາລີ ເທບສີເມືອງ ຫາກໍ່ອອກແຈ້ງການໄປໝາດໆຫວ່າງວັນທີ 12 ມິຖຸນາ 2017 ຜ່ານມາວ່າ: ປະທານບໍລິສັດຈະບໍ່ໜີໄປໃສ ແລະຢືນຢູ່ບົນພື້ນຖານແຫ່ງຄວາມເປັນຈິງ ເອົາຫຼັກຖານຂໍ້ມູນຕົວຈິງມາແກ້ໄຂບັນຫາໃຫ້ສະມາຊິກ, ຈະເຮັດລາຍງານໄປຫາທະນາຄານແຫ່ງ ສປປ ລາວ ພາຍໃນ 2 ເດືອນຂ້າງໜ້າກໍ່ຄືເດືອນ ສິງຫາປີ 2017 ນີ້ ແຕ່ຕອນແລງຂອງວັນທີ 14 ມິຖຸນາ 2017 ນີ້ປະທານບໍລິສັດອີກຄົນໜຶ່ງຄື ທ່ານປໍເຮີ່ ໄດ້ປະກາດແບບບໍ່ເປັນທາງການໃນກຸ່ມລູກຄ້າວ່າ: “ບໍລິສັດພີເອັສທີ່ສ້າງມາກັບມືປະທານທັງສອງໄດ້ພະຍາຍາມຮັກສາໃຫ້ຢູ່ຢ່າງຍາວນານທີ່ສຸດ ແຕ່ສຸດຢື້ໄດ້ພຽງເທົ່ານີ້ແລ້ວເພາະບໍ່ສາມາດຕົກລົງກັບພາກລັດໄດ້ ຍ້ອນການໂຈມຕີທີ່ຮຸນແຮງຂອງລູກຄ້າຈຳນວນຫຼວງຫຼາຍທີ່ບໍ່ເຂົ້າໃຈ”.

ປະທານບໍລິສັດໄດ້ກ່າວຕື່ມອີກວ່າ: “ຈາກນີ້ຖ້າລູກຄ້າຄົນໃດບໍ່ພໍໃຈກັບບໍລິສັດແມ່ນໃຫ້ໄປພົວພັນ(ໄປຟ້ອງ) ກັບພາກລັດດ້ວຍໂຕເອງ ຫຼື ໄປລົມກັນກັບໜ່ວຍງານກົດໝາຍຂອງບໍລິສັດພີເອັສ ຊຶ່ງເປັນໄປຕາມແຈ້ງການຂອງທ່ານ ນາງ ສຸກນາລີ ເທບສີເມືອງ ທີ່ລະບຸວ່າ ຖ້າລູກຄ້າທ່ານໃດທີ່ຕ້ອງການຍົກເລີກສັນຍາແມ່ນໃຫ້ໄປພົວພັນກັບພະແນກກົດໝາຍປະຈຳຢູ່ບໍລິສັດນັບແຕ່ວັນຈັນ-ວັນເສົາຕາມໂມງລັດຖະການ”.

 

ແຫລ່ງຂ່າວ: ລາວອັບເດດ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...