ສະພາແຫ່ງຊາດ ຈັດກອງປະຊຸມ ຄົບຄະນະ ຄັ້ງທີ 1 ຂອງກໍາມາທິການຍຸຕິທຳ

ຂປລ. ເພື່ອ​ສຸມ​ໃສ່ປຶກສາ​ຫາລື, ຄົ້ນ​ຄ້ວາ ​ແລະ ພິຈາລະນາ​ ບັນຫາ​ສຳຄັນ​ຕ່າງໆ ​ໃນ​ການ​ກຳນົດ​ທິດ​ທາງ​ ການ​ເຄື່ອນ​ໄຫວ​ວຽກ​ງານ ໃນ 4 ປີ​ຕໍ່ໜ້າ ​ແລະ ​ແຜນ​ວຽກ​ຈຸດ​ສຸມ​ ປະຈຳ​ປີ 2017 ຂອງ​ກຳມາ​ທິການ​ຍຸຕິ​ທຳ​ ສະ​ນັ້ນ ໃນ​ວັນ​ທີ 7 ກຸມພາ 2017 ທີ່​ສະພາ​ແຫ່ງ​ຊາດ ຈຶ່ງ​ໄດ້​ຈັດກ​ອງປະຊຸມ ​ຄົບ​ຄະນະ ຄັ້ງ​ທີ 1 ຂອງ​ກຳມາ​ທິການ​ຂຶ້ນ ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ນາງ ບົວ​ຄຳ ທິບ​ພະ​ວົງ ປະທານ​ກຳມາ​ທິການ​ຍຸຕິ​ທຳ ​ແລະ ມີ​ທ່ານ ນາງ ​ສີ​ໃສ ລື​ເດດ​ມູນ​ສອນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຜູ້​ຊີ້​ນຳ​ກຳມາ​ທິການ​ຍຸຕິ​ທຳ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ນາງ ບົວ​ຄຳ ທິບ​ພະ​ວົງ ​ໄດ້​​ໃຫ້​ຮູ້​​ວ່າ: ກອງ​ປະຊຸມ​ດັ່ງກ່າວ​ແມ່ນ ​ເພື່ອ​ປະກອບ​ຄຳ​ຄິດ​ຄຳ​ເຫັນ ​ໃສ່​ບົດ​ສະຫລຸບ​ລາຍ​ງາ​ນ ການ​ເຄື່ອນ​ໄຫວ​ວຽກ​ງານ ນັບ​ແຕ່​ກອງ​ປະຊຸມ​ ຄັ້ງ​ປະຖົມ​ມະລຶກ​ເຖິງ​ປັດຈຸບັນ, ທິດ​ທາງ​ວຽກ​ງານ 4 ປີ (2017-2020) ​ແລະ ວຽກ​ງານ​ຈຸດ​ສຸມ ​ປະຈຳ​ປີ 2017 ຂອງ​ກຳມາ​ທິການ​ຍຸຕິ​ທຳ ​ໂດຍ​ສະ​ເພາະ ​ແມ່ນວຽກ​ງານ​ຕິດຕາມ​ການ​ກວດກາ​ ການຈັດ​ຕັ້ງ​ປະຕິບັດ ລັດຖະທຳ​ມະນູນ ​ແລະ ກົດໝາຍ, ວຽກ​ງານ​ແກ້​ໄຂ​ຄຳ​ຮ້ອງ​ ຂໍ​ຄວາມ​ເປັນ​ທຳ, ຄົ້ນຄວ້າ​ທາ​ບທາມ​ຄຳ​ເຫັນ ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ ໃສ່​ຮ່າງ​ປັບປຸງ​ກົດໝາຍວ່າ​ດ້ວຍ​ ອົງການ​ໄອ​ຍະ​ການ​ປະຊາຊົນ​ ​ແລະ ກົດໝາຍ​ວ່າ​ດ້ວຍ​ ສານ​ປະຊາຊົນ, ພ້ອມ​​ເຜີຍ​ແຜ່​ມະຕິ ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ວ່າ​ດ້ວຍ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ ​ຂອງ​ກຳມາ​ທິການ​ຍຸຕິ​ທຳ ​​ແລະ ລະບຽບ​ຂອງ​ສອງ​ກົມ ທີ່​ເປັນ​​ເສນາ​ທິການ​ ຂອງ​ກຳມາ​ທິການ​ຍຸຕິ​ທຳ.

ທ່ານ ນາງ ບົວ​ຄຳ ທິບ​ພະ​ວົງ ຍັງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ​ໃນ​ການ​ດຳ​ເນີນ​ ກອງ​ປະຊຸມ​ດັ່ງກ່າວ ​ແມ່ນ​ຈະ​​ໄດ້​ຮັບ​ຟັງ​ ການ​ລາຍ​ງານ ກ່ຽວ​ກັບ​ການ​ ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ຂອງ​ອົງການ​ໄອ​ຍະ​ການ​ ປະຊາຊົນ​ສູງ​ສຸດ, ສານ​ປະຊາຊົນ​ສູງ​ສຸດ, ກະຊວງ​ຍຸຕິ​ທຳ ກ່ຽວ​ກັບ​ສະພາບ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ ​ແລະ ການ​ເຄື່ອນ​ໄຫວ ​ຂອງ​ສະພາ​ທະນາຍ​ຄວາມ; ພ້ອມ​ທັງ​ຮັບ​ຟັງ ​ການ​ໂອ້​ລົມ​ຂອງ​ຂັ້ນ​ເທິງ ຕໍ່ວຽກ​ງານ​ຂອງ ​ກຳມາ​ທິການ​ຍຸຕິ​ທຳ.

 

ແຫລ່ງຂ່າວ:

ຂປລ