Homeຂ່າວເຫດການໂຮງງານຜະລິດໄຟຟ້າແສງຕາເວັນແຫ່ງທຳອິດຂອງລາວ ມີກຳລັງຕິດຕັ້ງ 3 ເມກາວັດ

ໂຮງງານຜະລິດໄຟຟ້າແສງຕາເວັນແຫ່ງທຳອິດຂອງລາວ ມີກຳລັງຕິດຕັ້ງ 3 ເມກາວັດ

Published on

ໃນ​ວັນ​ທີ 7 ກຸມພາ 2017 ຜ່ານມານີ້  ບໍລິສັດ ອີ​ດີ​ແອວ-ເຈັນ ໂຊ​ລາ ພາວ​ເວີ້ ຈຳກັດ ຈັດ​ພິທີ​ເປີດ​ໂຮງງານ​ຜະລິດ​ໄຟຟ້າ​ພະລັງງານແສງ​ຕາເວັນ ​ທີ່​ບ້ານ​ແຈ້ງ​ສະຫວ່າງ ເມືອງ​ນາ​ຊາຍ​ທອງ ໂດຍ​ມີ​ທ່ານ ຄຳ​ມະນີ ອິນ​ທິ​ລາດ ລັດຖະມົນຕີກະຊວງ​ພະລັງງານ ແລະ ບໍ່​ແຮ່ ພ້ອມ​ດ້ວຍ​ບັນດາ​ລັດຖະມົນຕີ ຮອງ​ລັດຖະມົນຕີ ຕາງໜ້າ​ຈາກເອກ​ອັກຄະລາຊະທູດ​ໄທ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ໂຮງງານ​ຜະລິດ​ໄຟຟ້າ​ພະລັງງານ​ແສງ​ຕາເວັນແຫ່ງ​ທຳ​ອິດຂອງ ​ສປປ ລາວ ທີ່​ມີ​ກຳລັງ​ການຕິດ​ຕັ້ງ​ຂະໜາດ 3 ເມ​ກາ​ວັດ ຕັ້ງຢູ່​ບ້ານ​ແຈ້ງ​ສະຫວ່າງ ເມືອງ​ນາຊາຍ​ທອງ ນະຄອນຫຼວງ​ວຽງ​ຈັນ ເຊິ່ງ​ໂຮງງານ​ຜະລິດ​ໄຟຟ້າ​ແຫ່ງນີ້ ໄດ້​ກາຍເປັນ​ສະຖານທີ່​ຜະລິດໄຟຟ້າ​ພະລັງງານ​ທົດ​ແທນ​ທີ່​ສະອາດ ແລະ ເປັນ​ມິດ​ກັບ​ສິ່ງ​ແວດລ້ອມ ຮອດ​ປີ 2025 ລັດຖະບານລາວ ຈະ​ຊຸກຍູ້​ໃຫ້​ຊັດ​ສ່ວນ​ການຊົມໃຊ້​ພະລັງງານ​ທົດ​ແທນ​ກວມເອົາ 30% ຂອງ​ພະລັງງານ​ຊົມໃຊ້​ທັງ​ໝົດ ໃນ​ນັ້ນ ຄາດ​ວ່າ​ພະລັງ​ງານ​ທົດ​ແທນ​ຈາກ​ແສງຕາເວັນ ຈະ​ມີ​ບໍ່​ຕ່ຳ​ກວ່າ 144 ເມ​ກາວັດ​ໂມງ.

ທ່ານ​ນາງ ລັດຕະນະ ປະທຸມ​ວັນ ປະທານ​ສະພາ​ບໍລິຫານບໍລິສັດ ອີ​ດີ​ແອວ-ເຈັນ ໂຊ​ລາ ພາວ​ເວີ້ ຈຳກັດ ກ່າວ​ວ່າ: ໂຮງງານ​ແຫ່ງນີ້ ແມ່ນ​ການ​ຮ່ວມ​ທຶນ​ລະຫວ່າງບໍລິສັດ ​ຜະລິດ​ໄຟຟ້າ​ລາວ ມະຫາຊົນ ຖື​ຮຸ້ນ 60% ແລະ ບໍລິສັດ ພັດທະນາ​ພະລັງງານ​ບໍລິສຸດ ຈຳກັດ​ຜູ້​ດຽວ ຖື​ຮຸ້ນ 40% ດ້ວຍ​ມູນຄ່າ​ການ​ລົງທຶນ​ທັງ​ໝົດ 3,41 ລ້ານ​ໂດ​ລາ​ສະຫະລັດ ໃນ​ເນື້ອທີ່ຕິດ​ຕັ້ງ​ແຜງ​ໂຊ​ລາ ທັງ​ໝົດ 6 ເຮັກຕາ ເຊິ່ງ​ການ​ກໍ່ສ້າງ​ໄດ້​ເລີ່ມແຕ່​ທ້າຍ​ປີ 2015 ເປັນຕົ້ນ​ມາ ປັດຈຸບັນ​ໂຮງງານ​ມີ​ກຳລັງ​ຕິດຕັ້ງ​ຂະໜາດ 3 ເມ​ກາ​ວັດ ແລະ ຈະ​ເພີ່ມ​ກຳລັງ​ການ​ຕິດ​ຕັ້ງ​ໃຫ້ເປັນ 10 ເມ​ກາ​ວັດ​ໃນຕໍ່ໜ້າ ໂດຍການ​ຜະລິດ​ໄຟຟ້າ​ທັງ​ໝົດ ແມ່ນຈະ​ຂາຍ​ເຂົ້າ​ສູ່​ລະບົບ​ຂອງ​ລັດ​ວິສາ​ຫະ​ກິດ​ໄຟຟ້າ​ລາວ ຕາມ​ສັນຍາ​ຊື້​ຂາຍ ໃນ​ລະດັບ​ແຮງ​ດັນ 22 ກິ​ໂລ​ວັດ.

ປັດຈຸບັນ​ ທົ່ວ​ປະເທດ​ມີ​ແຫຼ່ງ​ຜະລິດ​ພະລັງງານ​ໄຟຟ້າ​ທີ່​ສຳເລັດແລ້ວ ຈຳນວນ 43 ແຫ່ງ ມີ​ກຳລັງ​ການ​ຕິດ​ຕັ້ງ​ທັງ​ໝົດ 6.300 ກວ່າ​ເມ​ກາ​ວັດ ສາມາດ​ຜະລິດພະລັງງານ​ໄດ້ 33.000 ກວ່າ​ກິໂລ​ວັດ​ໂມງ ມີ​ລະບົບ​ສາຍ​ສົ່ງ​ທັງໝົດ 55.000 ກວ່າ​ກິໂລແມັດ ສະຖານີ​ໄຟຟ້າ​ທັງ​ໝົດ 55 ແຫ່ງ ແລະ ມີ​ຈຳນວນ​ບ້ານ​ທີ່​ໄດ້​ຊົມໃຊ້ໄຟຟ້າ​ເຖິງ 86,50%.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...