spot_img
Homeຂ່າວພາຍ​ໃນສະພາບການລັກຊັບພົນລະເມືອງໃນສັງຄົມ

ສະພາບການລັກຊັບພົນລະເມືອງໃນສັງຄົມ

Published on

ປັດຈຸບັນ, ບັນຫາລັກຊັບພົນລະເມືອງ ຍັງສືບຕໍ່ພົ້ນເດັ່ນຢູ່ໃນສັງຄົມ ໃນແຕ່ລະວັນຈະມີກຸ່ມຄົນບໍ່ດີຈໍານວນໜຶ່ງຕັ້ງກັນເປັນກຸ່ມແກ້ງ ໃຊ້ຍານພາຫະນະເລາະເຄື່ອນໄຫວລັກຊັບ ເຊິ່ງພົ້ນເດັ່ນໃນປັດຈຸບັນແມ່ນບັນຫາລັກລົດຈັກ ໂດຍສ່ວນຫຼາຍມັກພົບເຫັນຕາມກ້ອງວົງຈອນປິດທີ່ບັນທຶກໄວ້ໄດ້ກ່ຽວກັບກຸ່ມຄົນບໍ່ດີເຄື່ອນໄຫວລັກລົດຈັກ.

ໃນທ້າຍເດືອນກຸມພາ 2022 ຜ່ານມາ, ປກສ ກຸ່ມໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ສາມາດຈັບຕົວກຸ່ມເຄື່ອນໄຫວລັກລົດ ຈັກໄດ້ 2 ຄົນ ຊື່ທ້າວ ມານັດ ແລະ ທ້າວ ອຸດສາ ທັງສອງຢູ່ ບ້ານໜອງແຕ່ງໃຕ້ ພ້ອມຂອງກາງລົດຈັກ 2 ຄັນ ແລ້ວມອບໃຫ້ກອງບັນຊາການ ປກສ ເມືອງສີໂຄດຕະບອງ ດໍາເນີນຄະດີ; ຜ່ານການສອບສວນຂະຫຍາຍຜົນຂອງເຈົ້າໜ້າທີ່ມີຂໍ້ມູນຫຼັກຖານໃໝ່ນໍາຈັບຜູ້ ຮ່ວມຂະບວນການດຽວກັນໄດ້ອີກ 12 ຄົນ ຍິງ 3 ຄົນ ພ້ອມເກັບກູ້ລົດຈັກທີ່ຄົນຮ້າຍລັກໄປມາໄດ້ 3 ຄັນ;

ຜ່ານການສອບສວນຂອງເຈົ້າຫນ້າທີ່ຮູ້ວ່າ: ຜູ້ຖືກຫາ 12 ຄົນ ມີການພົວພັນຮ່ວມກັນລັກລົດຈັກແທ້, ເຊິ່ງເຮັດເປັນຂະບວນ ແລະ ລັກໄດ້ທັງໝົດ 26 ຄັນ ພາຍຫຼັງໄດ້ລົດມາໄດ້ກໍເອົາໄປຂາຍ ເພື່ອເອົາເງິນມາໃຊ້ຈ່າຍຫຼິ້ນກິນຟຸມເຟືອຍ, ນອກຈາກນີ້ ຍັງມີຫຼາຍເຫດການທີ່ກອງບັນທຶກໄວ້ໄດ້ກ່ຽວກັບການເຄື່ອນໄຫວລັກລົດຈັກ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ສາມາດຈັບຕົວກຸ່ມຄົນດັ່ງກ່າວໄດ້ໝົດເທື່ອ.

ບັນຫາລັກລົດຈັກແມ່ນປະກົດການຫຍໍ້ທໍ້ໜຶ່ງທີ່ເກີດຂຶ້ນຢ່າງແຜ່ຫຼາຍ ແລະ ພວມພົ້ນເດັ່ນທີ່ສຸດໃນສັງຄົມ ມັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ເຈົ້າຂອງຊັບເປັນຈໍານວນຫຼວງຫຼາຍ ແລະ ຍາກທີ່ຈະໄດ້ກັບຄືນ ມາເມື່ອຖືກລັກໄປ; ສະນັ້ນ, ທຸກຄົນໃນສັງຄົມຕ້ອງມີສະຕິລະວັງຕົວ, ເອົາໃຈໃສ່ປົກປັກຮັກສາຊັບສິນຂອງຕົນເອງ ໂດຍສະເພາະແມ່ນລົດຈັກ ບໍ່ຄວນສຽບກະແຈປະໄວ້ຢູ່  ຖ້າວ່າທຸກຄົນມີສະຕິຮັກສາລົດຈັກຂອງຕົນໃຫ້ດີເຊື່ອວ່າ ບັນຫາລັກລົດຈັກກໍ່ຈະຫຼຸດໜ້ອຍຖອຍລົງ ແລະ ຈະບໍ່ເກີດຂຶ້ນ.

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...