spot_img
Homeປ່ອງຢ້ຽມດວງດາວສະຖານີອາກາດຂອງຈີນ (ທຽນກົງ-1) ຫຼຸດຈາກການຄວບຄຸມ

ສະຖານີອາກາດຂອງຈີນ (ທຽນກົງ-1) ຫຼຸດຈາກການຄວບຄຸມ

Published on

ເປັນເລື່ອງທີ່ໜ້າຕົກໃຈ ແລະ ຂວັນພະຫວາ ເມື່ອມີຂ່າວອອກມາວ່າ ສະຖານີອາວະກາດຈີນ ທີ່ມີຊື່ວ່າ (ທຽນກົງ-1) ຫຼຸດຈາກການຄວບຄຸມ ແລະ ຫຼຸດລະດັບຄວາມສູງລົງເລື່ອຍໆ ແລະ ຈະຕົກລົງມາໃສ່ໂລກ ທີ່ສະຖານທີ່ໃດໜຶ່ງໃນຊ່ວງຕົ້ນປີ 2018

ສະຖານີອາວະກາດເຫ່ງນີ້ ເລີ່ມໃຊ້ງານໃນປີ 2011 ເປັນຄວາມພະຍາຍາມຂອງຈີນ ທີ່ຈະແຂ່ງຂັນທາງດ້ານເທັກໂນໂລຍີອາວະກາດ ກັບ ສະຫະລັດອາເມລິກາ ແລະ ຣັດເຊຍ ສະຖານີອາວະກາດທຽນກົງ-1 ຖືກປົດປະຈຳການໃນປີ 2016 ແລະ ທາງປະເທດຈີນ ໄດ້ເຮັດການແຈ້ງເຕືອນໄປທີ່ສະຫະປະຊາຊາດວ່າ ທຽນກົງ-1 ຈະແຕກອອກເປັນສ່ວນໆ ແລ້ວລົ່ນລົງໃສ່ໂລກ ໃນຊ່ວງເວລາໃດໜຶ່ງໃນລະຫວ່າງ 2017-2018

Jonathan McDowell ນັກຟີຊິກສາດແຫ່ງ Harvard ກໍ່ໄດ້ຄາດການກ່ຽວກັບເລື່ອງນີ້ເອົາໄວ້ວ່າ “ໃນຕອນນີ້ສະຖານີ້ອາວະກາດທຽນກົງ-1 ຢູ່ທີ່ລະດັບຄວາມສູງເໜືອໂລກທີ່ລະດັບຕ່ຳກວ່າ 300 ກິໂລແມັດ ເຊິິ່ງເປັນລະດັບຄວາມສູງໃນຊັ້ນບັນຍາກາດໜາແໜ້ນກວ່າທຳອິດ ເຮັດໃຫ້ການແຍກຕົວຂອງຕົວຍານເກີດຂຶ້ນໄວກວ່າເກົ່າ ແລະ ບໍ່ມີໃຜສາມາດບັງຄັບທິດທາງມັນໄດ້ ເຊິ່ງຄວາມແຕກຕ່າງຂອງຄວາມໜາແໜ້ນໃນຊັ້ນບັນຍາກາດພຽງເລັກນ້ອຍກໍ່ອາດເຮັດໃຫ້ຈຸດຕົກຂອງຍານປ່ຽນແປງໄປໄດ້ເຖິງ 100 ໄທລ໌ ແຕ່ເຮົາບໍ່ຮູ້ຊ່ວງເວລາທີ່ແນ່ນອນທີ່ມັນຈະຕົກລົງມາ ແລະ ບໍ່ຮູ້ອີກວ່າມັນຈະໄປຕົກຢູ່ບ່ອນໃດ?” ນັ້ນກໍ່ອາດເປັນໄປໄດ້ວ່າ ເສດສິ້ນສ່ວນຂອງຍານທີ່ມີນ້ຳໜັກເຖິງ 27 ກິໂລກ ຣາມ ອາດຕົກລົງໃນເຂດພື້ນດິນບ່ອນຊຸມຊົນຄົນຫຼາຍກໍ່ສາມາດເປັນໄປໄດ້

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...