spot_img
Homeຂ່າວຕ່າງປະເທດສະຖານະການໂຄວິດ-19ໃນອິຕາລີຍັງໜ້າເປັນຫ່ວງ ມີຍອດຜູ້ເສຍຊີວິດກວ່າໝື່ນຄົນ

ສະຖານະການໂຄວິດ-19ໃນອິຕາລີຍັງໜ້າເປັນຫ່ວງ ມີຍອດຜູ້ເສຍຊີວິດກວ່າໝື່ນຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກ ປະເທດອີຕາລີ ເມື່ອວັນທີ 1 ເມສານີ້ວ່າ ກະຊວງສາທາລະນະສຸກຂອງອິຕາລີລາຍງານຈຳ ນວນຜູ້ປ່ວຍທີ່ຕິດເຊື້ອໂຄວິດ-19 ລາຍໃໝ່ເພີ່ມຂຶ້ນອີກ 4,053ຄົນ ເຮັດໃຫ້ປັດຈຸບັນມີຜູ້ປ່ວຍສະສົມ 105,792ຄົນ, ຍອດຜູ້ເສຍຊີວິດ 12,428ຄົນ ແລະ ຮັກສາຫາຍແລ້ວ 15,729ຄົນ.

ອິຕາລີໄດ້ຍອມຮັບວ່າລະບົບສາທາລະນະສຸກຂອງປະເທດບໍ່ສາມາດຮັບມືກັບວິກິດການລະບາດຂອງເຊື້ອໄວຣັດໂຄວິດ-19ໄດ້ ເນື່ອງຈາກວ່າບຸກຄະລາກອນການແພດ ແລະ ເຄື່ອງມືທີ່ຈຳເປັນບໍ່ພຽງພໍ ຈົນເຖິງຂັ້ນເຮັດໃຫ້ອິຕາລີຕ້ອງເລືອກຮັກສາຜູ້ປ່ວຍ.

ທາງສາທາລະນະສຸກຂອງອິຕາລີມີນະໂຍບາຍໃຫ້ຜູ້ປ່ວຍຕິດເຊື້ອໂຄວິດ-19ທີ່ມີອາການພາຍນອກດີຂຶ້ນກັບໄປກັກຕົວ ແລະ ພັກຟື້ນຕໍ່ຢູ່ສະຖານທີ່ທີ່ທາງພາກລັດຈັດກຽມໄວ້ໃຫ້ ກ່ອນຈະສົ່ງຕົວກັບບ້ານເຖິງແມ່ນຜູ້ປ່ວຍຄົນນັ້ນຍັງມີຜົນກວດເປັນບວກຢູ່ກໍ່ຕາມ. ເນື່ອງຈາກວ່າທາງໂຮງໝໍຕ້ອງໄດ້ກຽມຕຽງໄວ້ໃຫ້ກັບຜູ້ປ່ວຍຄົນໃໝ່ທີ່ຈະເຂົ້າມາຮັກສາຕົວ ເຊິ່ງນະໂຍບາຍດັ່ງກ່າວນີ້, ມັນໄດ້ຮຽກສຽງວິພາກວິຈານຈາກສະຫະພາບແຮງງານແພດຂອງອິຕາລີວ່າບໍ່ຕ່າງຫຍັງກັບ “ລະເບີດຊີວະພາບ” ແລະ ຕັ້ງຄຳຖາມຕໍ່ລັດຖະບານວ່າ ທາງພາກລັດມີຄວາມໝັ້ນໃຈຫຼາຍພຽງໃດ ວ່າກຸ່ມຄົນເຫຼົ່ານີ້ຈະປະຕິບັດຕາມຄຳສັ່ງຂອງເຈົ້າໜ້າທີ່ ການຕັດສິນໃຈຂອງພາກລັດແມ່ນມີແຕ່ຈະເພີ່ມພາລະໃຫ້ກັບບຸກຄະລາກອນແພດ.

ທັງນີ້,​ລັດຖະບານອິຕາລີໄດ້ຂະຫຍາຍເວລາບັງຄັບໃຊ້ມາດຕະການປິດເມືອງເຊິ່ງມີຜົນນຳໃຊ້ເລີ່ມແຕ່ຕົ້ນເດືອນຜ່ານມາຈົນໄປເຖິງວັນທີ 12 ເມສານີ້ ແລະ ອິຕາລີຍັງຈະປະເມີນຕາມລຳດັບຄວາມສຳຄັນທາງເສດຖະກິດ ອາດຈະມີບາງຂະແໜງການການຜະລິດຕ້ອງໄດ້ກັບມາເຄື່ອນໄຫວຄືນ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: www.dailynews.co.th

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...