spot_img
Home​ຂ່າວບັນເທິງສະຕຣາວໍສູນເສຍນັກສະແດງເຈົ້າຂອງບົດ "ອາຣທູ-ດີທູ"

ສະຕຣາວໍສູນເສຍນັກສະແດງເຈົ້າຂອງບົດ “ອາຣທູ-ດີທູ”

Published on

ນັກສະແດງອາວຸໂສຄົນອັງກິດ ຊຶ່ງຮັບບົດບາດເປັນຫຸ່ນຍົນ“ອາຣທູ-ດີທູ” ໃນຮູບເງົາຊຸດສະຕຣາວໍເສຍຊີວິດແລ້ວດ້ວຍອາຍຸ 81 ປີ.

ເຄນນີ ເບເກີ ນັກສະແດງອາວຸໂສຄົນອັງກິດທີ່ຮັບບົດເປັນຫຸ່ນຍົນ “ອາຣທູ-ດີທູ” (R2-D2) ໃນຮູບເງົາຊຸດສະຕຣາວໍຕໍ່ເນື່ອງ 6 ພາກ ເສຍຊີວິດຢ່າງສະຫງົບຢູ່ທີ່ເຮືອນຂອງຕົນເອງໃນວັນທີ 13 ສິງຫາທີ່ຜ່ານມາໃນໄວອາຍຸ 81 ປີຫຼັງຈາກທີ່ເຈັບຊຳເຮື້ອແກ່ຍາວດ້ວຍພະຍາດທີ່ກ່ຽວຂ້ອງກັບລະບົບຫາຍໃຈ ຊຶ່ງຕະຫຼອດໄລຍະເວລາເກືອບ 10 ປີທີ່ຜ່ານມາ ຊຶ່ງເບເກີອາໄສຢູ່ກັບຫຼານຊາຍທີເຮັດໜ້າທີ່ເບິ່ງແຍງຢ່າງໃກ້ຊິດ ຊຶ່ງເບເກີມີຄວາມສູງພຽງ 112 ຊັງຕີແມັດ ຮັບບົດບາດຂອງອາຣທູ-ດີທູຕັ້ງແຕ່ປີ 1977 ຂະນະທີ່ ຈອນ ລູຄັສ ຜູ້ສ້າງສະຕາວໍ ແລະມາດຮາມິລນັກສະແດງຄົນອາເມລິກາຜູ້ຮັບບົດ“ລຸກສະກາຍວອກເກີ” ໃນ 3 ພາກທຳອິດຂອງສະຕາວໍເປັນທິມງານຂອງສະຕາວໍກຸ່ມທຳອິດທີ່ອອກມາສະແດງຄວາມເສຍໃຈ ແລະໄວ້ອາໄລຕໍ່ ການຈາກໄປຂອງເບເກີ.

 

ທີ່ມາແຫຼ່ງຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...