spot_img
Homeຂ່າວພາຍ​ໃນສປ ຈີນ ຈັດກິດຈະກຳການບິນອະວະກາດຢູ່ນ່ານຟ້າຂອງ ສປປ ລາວ

ສປ ຈີນ ຈັດກິດຈະກຳການບິນອະວະກາດຢູ່ນ່ານຟ້າຂອງ ສປປ ລາວ

Published on

ຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ ອອກໜັງສືແຈ້ງການດ່ວນ ສະບັບເລກທີ 10886/ຍທຂ.ຫກ ລົງວັນທີ 21 ພຶດ ສະພາ 2019 ໂດຍໄດ້ແຈ້ງເຖິງຫ້ອງການປົກຄອງແຂວງຈຳປາສັກ ອັດຕະປື ສາລະວັນ ເຊກອງ ແລະ ສະຫວັນນະເຂດ ໂດຍເນື້ອໃນຂອງໜັງສືແຈ້ງການສະບັບນີ້ໄດ້ແຈ້ງວ່າ ຫ້ອງການຂ່າວສານການບິນຂອງ ສປ ຈີນ ໄດ້ແຈ້ງຈະມີກິດຈະການການບິນອະວະ ກາດໃນວັນທີ 23 ພຶດສະພາ 2019 ເວລາ 05:57 ໂມງຫາ 06:13 ໂມງ ຊຶ່ງອາດຈະມີສິ້ນສ່ວນໃນການເຮັດກິດຈະກຳດັ່ງກ່າວຕົກລົງໃນບັນດາແຂວງຕ່າງໆທີ່ກ່າວມາຂ້າງເທິງຕາມຈຸດພິກັດດັ່ງລຸ່ມນີ້.

– 15’09’39N – 105’52’44’E

– 15’01’57’N – 106’36’40’E

– 13’49’55’N – 106’23’14’M

– 13’57’36’N – 105’39’31’N

ດັ່ງນັ້ນ ຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ ຈິ່ງແຈ້ງມາຍັງບັນດາແຂວງທີ່ມີລາຍຊື່ ຈົ່ງເພີ່ມຄວາມລະມັດລະວັງຕໍ່ກັບເຫດການທີ່ອາດເກີດຂຶ້ນຈາກກິດຈະກຳດັ່ງກ່າວ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...