spot_img
Homeຂ່າວໂຄວິດ-19ສປປ ລາວ ມີຜູ້ເສຍຊີວິດຈາກໂຄວິດ-19 ເພີ່ມອີກ 1 ຄົນ ຢູ່ ແຂວງສະຫວັນນະເຂດ

ສປປ ລາວ ມີຜູ້ເສຍຊີວິດຈາກໂຄວິດ-19 ເພີ່ມອີກ 1 ຄົນ ຢູ່ ແຂວງສະຫວັນນະເຂດ

Published on

ວັນທີ 17 ກໍລະກົດ 2021 ເວລາ 08:00 ຕອນເຊົ້າ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງປະສານຈາກຄະນະສະເພາະກິດ ວ່າ: ມີຜູ້ເສຍຊີວິດ ຈາກພະຍາດໂຄວິດ-19 ເປັນກໍລະນີທີ 05.

ຂໍ້ມູນເບື້ອງຕົ້ນຂອງຜູ້ເສຍຊີວິດແມ່ນ ເປັນເພດຊາຍ, ອາຍຸ 49 ປີ, ອາຊີບ ຂາຍອາຫານ ຢູ່ປະເທດໄທ, ຜູ້ກ່ຽວເປັນຄົນ​ບ້ານ ໜອງບົວທ່າ, ເຂດເມືອງ ສອງຄອນ, ແຂວງ ສະຫວັນນະເຂດ.

ຜູ້ກ່ຽວເປັນແຮງງານ ກັບມາຈາກປະເທດໄທ (13 ກໍລະກົດ 2021) ເຊິ່ງໄດ້ກວດພົບຕິດເຊື້ອໂຄວິດ​-19 ມາກ່ອນໜ້ານີ້ ແລ້ວຂໍສະເໜີມາປິ່ນປົວ ຢູ່ ສປປ ລາວ ແຕ່ອາການຜູ່ກ່ຽວໜັກຫຼາຍ ເລີຍເຮັດໃຫ້ເສຍຊີວິດ ໃນທີ່ສຸດ ເວລາ 5:30 ຂອງວັນທີ 17 ກໍລະກົດ 2021.

ມາຮອດວັນທີ 17 ກໍລະກົດ 2021 ເຮັດໃຫ້ ສປປ ລາວ ມີ ຜູ້ເສຍຊີວິດຈາກໂຄວິດ-19 ສະສົມທັງໝົດ 5 ຄົນ.

ຂໍ້ມູນ: ​ເພສ ສະຖານີໂທລະພາບ​ ແຂວງສະຫວັນນະເຂດ, ໜ່ວຍກູ້ໄພ ສະຫວັນນະເຂດ Savannakhet Rescue

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...