spot_img
Homeຂ່າວການພັດທະນາສປປ ລາວ ຈະເລັ່ງພັດທະນາສີມືແຮງງານ ໃຫ້ທຽບເທົ່າລະດັບສາກົນ

ສປປ ລາວ ຈະເລັ່ງພັດທະນາສີມືແຮງງານ ໃຫ້ທຽບເທົ່າລະດັບສາກົນ

Published on

ການສ້າງຄວາມເຂັ້ມແຂງໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ສະໜອງການພັດທະນາສີມືແຮງງານ ໃນ ສປປ ລາວ ໃນໄລຍະຜ່ານມາ ຍັງບໍ່ທັນສາມາດປະຕິບັດໄດ້ດີເທົ່າທີ່ຄວນ, ເຖິງວ່າລັດຖະບານ ກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນໃນວຽກງານດັ່ງກ່າວເປັນພິເສດຄື: ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບອົງການຈັດຕັ້ງສາກົນ, ໄດ້ພ້ອມກັນຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ສະໜອງການພັດທະນາສີມືແຮງງານ ກ່ຽວກັບຄວາມສຳຄັນຂອງມາດຕະຖານສີມືແຮງງານ ແລະ ການເຊື່ອມໂຍງອາຊຽນ, ເພື່ອປຶກສາຫາລື ແຜນການສະເພາະໜ້າຂອງການຮັບຮູ້ ສີມືແຮງງານເຊິ່ງກັນ ແລະ ກັນໃນອາຊຽນ, ເລັ່ງພັດທະນາສີມືແຮງງານລາວໃຫ້ທຽບເທົ່າກັບສາກົນ.

ທ່ານຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໃຫ້ຮູ້ວ່າ: ການຮັບຮູ້ສີມືແຮງງານເຊິ່ງກັນ ແລະ ກັນໃນບັນດາປະເທດອາຊຽນ ກາຍເປັນຂະບວນການໜຶ່ງ ເພື່ອຊ່ວຍໃຫ້ການເຄື່ອນຍ້າຍຢ່າງເສລີ ຂອງແຮງງານທີ່ມີສີມືເຂົ້າສູ່ລະບົບ, ມີຄວາມສະເໝີພາບ ແລະ ເຮັດໃຫ້ບັນດາປະເທດສະມາຊິກອາຊຽນ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ພ້ອມທັງເຮັດໃຫ້ແຮງງານເຄື່ອນຍ້າຍ ແລະ ແຮງງານທ້ອງຖິ່ນ ໄດ້ຮັບຄ່າຕອບແທນໃນການເຮັດວຽກ ແລະ ສະຫວັດດີການຕ່າງໆເປັນເອກະພາບກັນ, ໂດຍຫລີກລ້ຽງຈາກການເອົາລັດເອົາປຽບຂອງຝ່າຍໃດຝ່າຍໜຶ່ງ. ຄຽງຄູ່ກັນນີ້ມີຫຼາຍສິ່ງທ້າທາຍ ແລະ ຫຼາຍຂັ້ນຕອນ ໃນການຈັດຕັ້ງປະຕິບັດ ເປັນຕົ້ນມາດຕະຖານສີມືແຮງງານແຫ່ງຊາດຂອງແຕ່ລະປະເທດ ມີຄວາມແຕກຕ່າງກັນຫລາຍເຊັ່ນ: ລະດັບສີມື, ເງື່ອນໄຂ, ມາດຕະຖານຄວາມສາມາດ ແລະ ອື່ນໆ, ເຊິ່ງໂຄງການຮັບຮູ້ສີມືແຮງງານອາຊຽນ ໄດ້ສຳເລັດແຜນກິດຈະກຳໃນໄລຍະທີ 1 ແລ້ວ, ຊຶ່ງມັນໄດ້ກາຍເປັນບາດກ້າວພື້ນຖານ ໃນການສ້າງເງື່ອນໄຂອັນຈໍາເປັນ ໃນການຮັບຮູ້ສີມືແຮງງານເຊິ່ງກັນ ແລະ ກັນຂອງອາຊຽນ, ດັ່ງນັ້ນ ໃນຕໍ່ໜ້າ ພວກເຮົາຈະໄດ້ມີການເນັ້ນໜັກໃສ່ ການຜັນຂະຫຍາຍມາດຕະຖານດັ່ງກ່າວນີ້ ໃຫ້ເຂົ້າສູ່ຫຼັກສູດພັດທະນາສີມືແຮງງານ ແລະ ການຮັບປະກັນຄຸນນະພາບການພັດທະນາສີມືແຮງງານເປັນຕົ້ນ.

 

ແຫລ່ງຂ່າວ:

ລພນ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...