spot_img
Homeຂ່າວຕ່າງປະເທດສປຊ ສືບສວນຂໍ້ກ່າວຫາ ການໂຈມຕີທາງອາກາດຂອງອາເມຣິກາ ຂ້າພົນລະເຮືອນອັບການິສະຖານ 32 ຄົນ

ສປຊ ສືບສວນຂໍ້ກ່າວຫາ ການໂຈມຕີທາງອາກາດຂອງອາເມຣິກາ ຂ້າພົນລະເຮືອນອັບການິສະຖານ 32 ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ພະຈິກຜ່ານມານີ້ວ່າ ອົງການສະຫະປະຊາຊາດ ກຳລັງດຳເນີນການສືບສວນ ກໍລະນີກອງທັບສະຫະລັດອາເມຣິກາ ທຳການໂຈມຕີທາງອາກາດ ສົ່ງຜົນເຮັດໃຫ້ມີພົນລະເຮືອນຊາວອັບການິສະຖານ ເສຍຊີວິດຢ່າງໜ້ອຍ 32 ຄົນ ໃນວັນພະຫັດທີ 3 ພະຈິກທີ່ຜ່ານມາ ຊຶ່ງສ້າງຄວາມຄຽດແຄ້ນໃຫ້ແກ່ປະຊາຊົນຢ່າງຮຸນແຮງ ໂດຍກອງກຳລັງຂອງສະຫະລັດອາເມຮິກາ ໄດ້ອອກມາຍອມຮັບວ່າ ການໂຈມຕີດັ່ງກ່າວ ມີທ່າອ່ຽງສູງ ທີ່ຈະເຮັດໃຫ້ພົນລະເຮືອນບາດເຈັບລົ້ມຕາຍ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສືບສວນເຫດການດັ່ງກ່າວນີ້ຢ່າງຈິງຈັງ.

ທ່ານ ທາດາມິຈິ ຢາມາໂມໂຕະ ທູດພິເສດອົງການສະຫະປະຊາຊາດ ປະຈຳອັບການິສະຖານ ໄດ້ກ່າວວ່າ ສິ່ງທີ່ພົບໃນເບື້ອງຕົ້ນ ບົ່ງຊີ້ວ່າ ປະຕິບັດການທາງອາກາດຄັ້ງນັ້ນ ເຮັດໃຫ້ພົນລະເຮືອນເສຍຊີວິດ ຢ່າງໜ້ອຍ 32 ຄົນ ແລະ ບາດເຈັບອີກ 19 ຄົນ ຊຶ່ງສ່ວນໃຫຍ່ເປັນຜູ້ຍິງ ແລະ ເດັກນ້ອຍ.  ທ່ານຍັງໄດ້ກ່າວຕື່ມອີກວ່າ ການສູນເສຍຊີວິດຂອງພົນລະເຮືອນ ເປັນສິ່ງທີ່ບໍ່ອາດຍອມຮັບໄດ້ ແລະ ເປັນການບັ່ນທອນທຳລາຍຄວາມພະຍາຍາມ ທີ່ຈະສ້າງສັນຕິພາບ ແລະ ສະຖຽນລະພາບໃນອັບການິສະຖານ.

559000011511002

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...