ວ່ອງໄວທັນໃຈ! ຍີ່ປຸ່ນສ້ອມແປງທາງຍຸບ ກວ້າງ 30 ເລິກ 15 ແມັດ ສຳເລັດພຽງ 2 ມື້!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ພະຈິກນີ້ວ່າ ກຳມະກອນກໍ່ສ້າງຊາວຍີ່ປຸ່ນ ໄດ້ດຳເນີນການສ້ອມແປງຖະໜົນສາຍໜຶ່ງ ໃນເຂດທຸລະກິດຂອງແຂວງຟຸກຸໂອກະ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດຍີ່ປຸ່ນ ທີ່ຍຸບລົງດ້ວຍຄວາມກວ້າງ 30 ແມັດ ແລະ ເລິກເຖິງ 15 ແມັດ ໃນວັນທີ 8 ພະຈິກທີ່ຜ່ານມາ ໃຫ້ສາມາດກັບຄືນມາໃຊ້ງານປົກກະຕິໄດ້ ໂດຍໃຊ້ເວລາໃນການກໍ່ສ້າງພຽງ 2 ມື້ເທົ່ານັ້ນ.

ຖະໜົນສາຍດັ່ງກ່າວນີ້ ໄດ້ຖືກເປີດນຳໃຊ້ໃນເວລາ 5:00 ໂມງ ຂອງວັນອັງຄານທີ 15 ພະຈິກຜ່ານມາ ຊຶ່ງວ່ອງໄວທັນໃຈ ໃຊ້ເວລາພຽງ 1 ອາທິດຫລັງຈາກເກີດເຫດຖະໜົນຍຸບລົງ ຊຶ່ງສື່ມວນຊົນຍີ່ປຸ່ນໄດ້ລະບຸວ່າ ການສ້ອມແປງຖະໜົນ ໃຊ້ເວລາພຽງແຕ່ 2 ມື້ເທົ່ານັ້ນ, ສ່ວນທີ່ເຫລືອອີກ 5 ມື້ ແມ່ນເປັນໄລຍະເວລາກວດສອບດ້ານຄວາມປອດໄພ.
https://www.youtube.com/watch?v=7DCEdKYDC28

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!