spot_img
Homeນານາສາລະ9 ປະເທດ ທີ່ມີມະຫາເສດຖີຫຼາຍສຸດໃນໂລກ

9 ປະເທດ ທີ່ມີມະຫາເສດຖີຫຼາຍສຸດໃນໂລກ

Published on

ອີງຕາມຂໍ້ມູນຈາກ ວາລະສານ Forbes ​ໄດ້​ລວບລວມ​ໃຫ້​ເຫັນ 9 ປະ​ເທດ​ທີ່​ມີມະຫາ​ເສດຖີ​ ລະດັບ​ຫຼາຍ​ຕື້​ໂດ​ລາ​ຢູ່​ຫຼາຍ​ທີ່​ສຸດ​ອັນ​ດັບ 1 ​ເປັນ​ຂອງ​ອາ​ເມ​ລິ​ກາ, ຮອງ​ລົງ​ມາ​ແມ່ນ​ສປ ຈີນ.

  1. ອາ​ເມ​ລິ​ກາ​ມີ​ມະຫາ​ເສດຖີ 536 ຄົນ ຊຶ່ງ​ອັນ​ດັບ​ໜຶ່ງ​ຄື ບິ​ລ​ເກດ ​ເຈົ້າ​ຂອງ​ໄມ​ໂຄ​ຊອບ ​ແຕ່​ດ້ານ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ ​ກໍ່​ຕິດ​ອັນ​ດັບ​ປະ​ເທດ​ທີ່​ມີ​ບັນຫາ​ໜີ້​ ພາກ​ລັດ​ສູງ​ຂອງ​ໂລກ​ອັນ​ດັບ 10
  2. ຈີນ ມີ​ມະຫາ​ເສດຖີ 213 ຄົນ ​ໂດຍ​ ຫວັງ ຈຽນ​ຫຼິນ ຄື​ມະຫາ​ເສດຖີ​ນັກທຸລະກິດ​ຄົນ​ດັງ​ ເຈົ້າ​ຂອງ​ທຸລະ​ກິດ​ຮູບ​ເງົາ ​ແລະໂທລະພາບ​ຄື Legendary Entertainment  ​ແລະ AMC Entertainment,
  3. ​ເຢຍລະ​ມັນປະ​ເທດ ​ທີ່​ມີ​ຂະໜາດ​ເສດຖະກິດ​ໃຫຍ່ ອັນ​ດັບ 5 ຂອງ​ໂລກ ມີ​ມະຫາ​ເສດຖີ 103 ຄົນ,
  4. ອິນ​ເດຍປະ​ເທດ ​ທີ່​ມີ​ຂະໜາດ​ເສດຖະກິດ​ໃຫຍ່ ອັນ​ດັບ 7 ຂອງ​ໂລກ ມີ​ມະຫາ​ເສດຖີ 100 ຄົນ​ໂດຍ​ເສດຖີ​ດັງ​ຄື ມູ​ເກ​ຊ ອັນ​ບາ​ນີ ທີ່​ສ້າງ​ຕຶກ​ສ່ວນ​ຕົວ​ເປັນ​ບ້ານ​ພັກ 27 ຊັ້ນ,
  5. ຣັດ​ເຊຍ​ມີ​ຂະໜາດ​ເສດຖະກິດ​ອັນ​ດັບ 13 ຂອງ​ໂລກ ມີ​ມະຫາ​ເສດຖີ 88 ຄົน
  6. ບຣາຊິນ ​ເປັນ​ປະ​ເທດ​ກຳລັງ​ພັດທະນາ​ ທີ່​ມີ​ຂະໜາ​ດ​ເສດຖະກິດ​ໃຫຍ່​ອັນ​ດັບ 9 ຂອງ​ໂລກ ມີ​ມະຫາ​ເສດຖີ 54 ຄົນ.
  7. ອັງກິດ​ມີ​ຂະໜາດ​ເສດຖະກິດ​ຢູ່​ອັນ​ດັບ 5 ຂອງ​ໂລກ​ມີ​ມະຫາ​ເສດຖີ 53 ຄົນ,
  8. ຝຣັ່ງເປັນປະທດ​ເສດຖະກິດ​ໃຫຍ່​ອັນ​ດັບ 6 ຂອງ​ໂລກ ​ແລະ ​ໃຫຍ່​ເປັນອັນ​ດັບ2​ ຂອງ​ເສດຖະກິດ​ໃນ​ພາກ​ພື້ນ​ເອີຣົບ ມີ​ມະຫາ​ເສດຖີ​ເງິນ​ຕື້​ໂດ​ລາ​ຢູ່ 47 ຄົນ​ ໂດຍ​ມະຫາ​ເສດຖີ​ຍິງ ລີ​ລີ​ອານ ​ເບ​ດຕອງ​ກູ​​ ເຈົ້າ​ຂອງ​ບໍລິສັດ​ລໍຣີອັນ ​ເປັນ​ອະພິ​ມະຫາ​ເສດຖີ​ຍິງ ​ອັນ​ດັບ 1 ຂອງ​ໂລກ​ກັບ​ຊັບ​ສິນ 36,1 ຕື້​ໂດ​ລາ,
  9. ການາດາ​ເປັນ​ປະ​ເທດ​ທີ່​ມີ​ຂະໜາດ​ເສດຖະກິດ​ໃຫຍ່​ເປັນອັນ​ດັບ 11 ຂອງ​ໂລກ ມີ​ມະຫາ​ເສດຖີ 39 ຄົນ.

ຂ່າວ: ເສດຖະກິດ-ສັງຄົມ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...