ວຽງຈັນ​ເຊັນ​ເຕີລາວ ມະຫາຊົນ ກຽມອອກ​ຈຳໜ່າຍຫຸ້ນ​ໃຫ້​ແກ່​ມວນ​ຊົນ​ ຄັ້ງທຳ​ອິດ

ບໍລິສັດ ວຽງຈັນ​ເຊັນ​ເຕີ ລາວ ມະຫາຊົນ ​ຮ່ວມກັບ ບໍລິ​ສັດ ຫຼັກຊັບ​ລາວ-ຈີນ ຈຳກັດ ໄດ້ຈັດ​ງານ​ເຜີຍ​ແຜ່​ຂໍ້​ມູນການ​ອອກ​ຈຳໜ່າຍຫຸ້ນ​ແກ່ມ​ວນຊົນ​ຄັ້ງທຳ​ອິດ (IPO) ​ເພື່ອ​ເຜີຍ​ແຜ່ ​ແລະ ​ໃຫ້​ຂໍ້​ມູນ​ການ​ອອກ​ຈຳໜ່າຍຫຸ້ນ​ຂອງ​ບໍລິສັດ​ແກ່​ບັນດາ​ນັກ​ລົງທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ງານດັ່ງກ່າວ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 10 ​ເມສາ 2019 ທີ່​ສູນ​ການ​ຄ້າວຽງຈັນ​ເຊັນ​ເຕີ ນະຄອນຫຼວງວຽງຈັນ ​ໃຫ້ກຽດ​ເຂົ້າຮ່ວມ​ຂອງ​ທ່ານ​ນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານ ຄະນະ​ກຳມະການ​ຄຸ້ມ​ຄອງຫຼັກຊັບ, ທ່ານ ວັນ​ຄຳ ວໍຣະ​ວົງ ຜູ້ອຳນວຍການ​ໃຫຍ່ຕະຫຼາດຫຼັກຊັບ​ລາວ, ທ່ານ ນາງ ອໍລະ​ໄທ ສັນຕິ​ຄົງ​ຄາ ຮອງ​ປະທານ ບໍລິສັດ ວຽງຈັນ ​ເຊັນ​ເຕີ ລາວ ມະຫາຊົນ, ທ່ານ ພອນ​ເພັດ ລິນລີ ຜູ້ອຳນວຍການ​ບໍລິສັດຫຼັກຊັບ​ລາວ-ຈີນ ຈຳກັດ ​ແລະ ມີ​ບັນດາ​ນັກທຸລະກິດທີ່​ຖືກ​ເຊີນ​ເຂົ້າຮ່ວມ.

ທ່ານ ນາງ ອໍ​ລະ​ໄທ ສັນຕິ​ຄົງ​ຄາ ກ່າວ​ວ່າ: ບໍລິສັດ ວຽງຈັນ​ເຊັນ​ເຕີ​ລາວ ມະຫາຊົນ ສ້າງຕັ້ງຂຶ້ນ​ໃນ​ປີ 2017 ​ເປັນ​ຜູ້​ບໍລິຫານ ​ແລະ ຜູ້​ພັດທະນາ ອະສັງຫາ​ສູນ​ການ​ຄ້າ ​ແລະ ສຳນັກງານ​ໃນ ສປປ ລາວ. ​ໃນ​ປັດຈຸບັນ ບໍລິສັດ ​ເປັນ​ເຈົ້າຂອງ​ພື້ນທີ່​ການ​ຄ້າ ​ແລະ ພື້ນທີ່​ຫ້ອງການ​ຢູ່​ສູນ​ການ​ຄ້າ ວຽງຈັນ​ເຊັນ​ເຕີ, ໜຶ່ງ​ໃນພື້ນທີ່​ທີ່​ເປັນ​ທ່າ​ແຮງ​ທາງ​ການ​ຄ້າ ​ແລະ ຫ້ອງການ​ຢູ່ ສປປ ລາວ. ທີ່​ລວມ​ເອົາ​ຮ້ານ​ຂາຍ​ເຄື່ອງ​ຍ່ອຍ​ທີ່​ມີ​ຊື່ສຽງ, ແລະ ​ເຄື່ອງໝາຍການ​ຄ້າ ບໍລິ​ສັດ​ທີ່​ມີ​ຊື່ສຽງທີ່​ມີ​ຫ້ອງການ ​ແລະ ອາຄານ​ສຳນັກງານ​ສູນ​ການ​ຄ້າ. ບໍລິສັດ ດັ່ງກ່າວ ສ້າງ​ຂຶ້ນດ້ວຍ​ການ​ຮ່ວມ​ມື​ກັນ​ລະຫວ່າງ ກຸ່ມ​ບໍລິສັດ​ກໍ່ສ້າງ ລົງທຶນ ​ແລະ ຖື​ຫຸ້ນ​ແຂວງ​ຢຸນນານ ຈຳກັດ ​ແລະ ບໍລິສັດ ລົງທຶນ​ຕ່າງປະ​ເທດ​ແຂວງ​ຢຸນນານ ຈຳກັດ ຖື​ຫຸ້ນ 60% ​ແລະ ບໍລິສັດ ກຣິດຕະພົງ ກຣຸບ ຈຳກັດ ຖື​ຫຸ້ນ 40%.

ທ່ານ ນາງ ອໍລະ​ໄທ ສັນຕິ​ຄົງ​ຄາ ກ່າວ​ຕື່ມ​ວ່າ:  ​ຈຸດ​ເດັ່ນ​ດ້ານ​ການ​ລົງທຶນ​ຂອງ IPO ວຽງຈັນ​ເຊັນ​ເຕີ ລາວ ມະຫາຊົນ ​​ເປັນ​ບໍລິສັດ​ທີ່​ຕັ້ງຢູ່​ສູນ​ການ​ຄ້າ​ໃຈກາງ​ເມືອງ, ບັນຍາກາດ​ອ້ອມ​ຂ້າງ ​ແມ່ນ​ມີ​ຄວາມ​ຄືກຄັກ, ​ເຊິ່ງສະຖານ​ທີ່​ດັ່ງກ່າວ​ໃນ​ເມື່ອ​ກ່ອນ​ນັ້ນ ​ເປັນ​ເຂດ​ໃນ​ຕະຫຼາດຊຸມ​ຊົນ​ດັ່ງ​ເດີມ​ທີ່​ມີ​ຊື່ສຽງ, ມີ​ຄວາມໜາ​ແໜ້ນ ​ແລະ ​ເກົ່າ​ແກ່​ໃນ​ນະຄອນຫຼວງວຽງຈັນ.

ບໍລິສັດ ວຽງຈັນ​ເຊັນ​ເຕີ​ລາວ ມະຫາຊົນ ມີ​ແຜນ​ອອກຈຳໜ່າຍ​ຫຸ້ນທັງໝົດ 63.998.700 ຫຸ້ນ, ​ໃນ​ລາຄາ 1.050 ກີບ ຕໍ່ຫຸ້ນ ​ແລະ ຄາດ​ມູນ​ຄ່າ​ການ​ລະດົມ​ທຶນ IPO 60 ຕື້​ກີບ ​ເປີດ​ໃຫ້​ຈອງ​ຊື້ຫຸ້ນ​ໃນ​ລະຫວ່າງ​ວັນ​ທີ 18 ມີນາ ຫາ ວັນ​ທີ 26 ​ເມສາ 2019. ສຳລັບ​​ເປົ້າໝາຍ​ໃນ​ການ​ນຳ​ໃຊ້​ທຶນ ​ແມ່ນ​ຈະ​ຊື້ຊັບ​ສິນ​ອະສັງຫາລິມະ​ຊັບ​ທີ່​ມີ​ຄຸນ​ນະພາ​ບສູງ, ຕົກ​ແຕ່ງ​ອະສັງຫາລິມະ​ຊັບ​ທີ່​ມີ​ຢູ່ ​ແລະ ພັດທະນາ​ຫ້າງ​ຊັບ​ພະ​ສິນຄ້າ​ຊຸມ​ຊົນ.

ຂຽນໂດຍ: ສະຫະລັດ ວອນທິວົງໄຊ