spot_img
Homeຂ່າວທ້ອງຖິ່ນມອບ-ຮັບ ສິ່ງເສດເຫຼືອທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ມອບ-ຮັບ ສິ່ງເສດເຫຼືອທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

Published on

ໃນວັນທີ 10 ເມສາ 2019, ທີ່ສະໜາມບິນສາກົນປາເຊ, ນະຄອນປາກເຊ, ແຂວງຈໍາປາສັກ, ໄດ້ມີການຈັດພິທີມອບ-ຮັບ ສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງ ຄາມຢູ່ລາວ, ຊຶ່ງສິ່ງເສດເຫລືອດັ່ງກ່າວ ແມ່ນຜົນສໍາເລັດທີ່ໄດ້ຮັບຈາກການປະຕິບັດງານຮ່ວມຢູ່ພາກສະໜາມຂອງຄະນະວິຊາການ ລາວ-ອາເມລິກາ ໃນການສໍາຫລວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA) ຄັ້ງທີ 03 ປະຈໍາປີ 2018-2019, ຢູ່ເຂດເມືອງບົວລະພາ, ແຂວງຄໍາມ່ວນ.

ການຈັດຕັ້ງພິທີມອບ-ຮັບ ດັ່ງກ່າວໃນຄັ້ງນີ້, ແມ່ນອີງໃສ່ການເຫັນດີເຫັນພ້ອມ ຂອງທັງສອງຝ່າຍ ລາວ-ອາເມລິກາ ເພື່ອຕອບສະໜອງການຮ້ອງຂໍ ຂອງລັດຖະບານສະຫະລັດອາເມລິກາ ກໍ່ຄື ການສືບຕໍ່ປະຕິບັດແນວທາງນະໂຍບາຍ ດ້ານມະນຸດສະທໍາຂອງລັດຖະບານ ແຫ່ງ ສປປ ລາວ ລັດຖະບານ ກໍ່ຄື ຄອບຄົວ ແລະ ຍາດພີ່ນ້ອງຂອງບັນດາທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງ ຄາມຢູ່ລາວ.

ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານສໍາຫລວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອ ຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ໄດ້ເປັນກຽດເຂົ້າຮ່ວມ ແລະ ທັງເປັນຜູ້ກ່າວມອບ ແລະ ໃນນາມລັດຖະບານ ສະຫະລັດ ອາເມລິກາ, ທ່ານ ນາງ Rena Bitter, ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ເປັນຜູ້ກ່າວຮັບ. ນອກຈາກນັ້ນ ຍັງມີຄະນະນໍາ ແຂວງຄໍາມ່ວນ, ແຂວງຈໍາປາສັກ, ເຈົ້າໜ້າທີ່ຂັ້ນສູງ ຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ແລະ ພະນັກງານວິຊາການສອງຝ່າຍ ລາວ-ອາເມລິກາ ທີ່ເຮັດວຽກຕົວຈິງ ໃນພາກສະໜາມຈໍານວນໜຶ່ງເຂົ້າຮ່ວມ.

ການສໍາຫລວດ ແລະ ຂຸດຄົ້ນຄັ້ງນີ້, ໄດ້ຄົ້ນພົບສິ່ງເສດເຫລືອຂອງທະຫານອາເມລິກາ ຢູ່ 03 ກໍລະນີ ໃນຈຸດຂຸດຄົ້ນຕົ້ນຕໍ ຄື: ກໍລະນີ 0376, 0340 ເຂດບ້ານໜອງມ້າ, ກໍລະນີ 1505 ເຂດບ້ານລະໂບຍ, ເມືອງບົວລະພາ, ແຂວງຄໍາມ່ວນ ແລະ 01 ກໍລະນີ ຢູ່ຈຸດຂຸດຄົ້ນສໍາຮອງ ຄື: ກໍລະນີ 0572 ບ້ານກົກມາກ, ເມືອງວິລະບູລີ, ແຂວງ ສະຫວັນນະເຂດ.

ຕະຫລອດໄລຍະ 30 ກວ່າປີ ແຫ່ງການຮ່ວມມືສອງຝ່າຍ ລາວ-ອາເມລິກາ ໃນການດໍາເນີນວຽກງານສໍາຫລວດ ແລະ ຂຸດຄົ້ນສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ລັດຖະບານ ສປປ ລາວ ກໍ່ຄື ປະຊາຊົນລາວບັນດາເຜົ່າ ໄດ້ໃຫ້ການຮ່ວມມືອັນດີທີ່ສຸດຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງຕາມນະໂຍບາຍມະນຸດສະທໍາ ອັນສະເໝີຕົ້ນສະເໝີປາຍຕະຫລອດມາ, ອັນໄດ້ເຮັດໃຫ້ການປະຕິບັດງານຮ່ວມສອງຝ່າຍ ໃນພາກສະໜາມ (JFAs) ໄດ້ຮັບຜົນສໍາເລັດທີ່ເປັນໜ້າເພີ່ງພໍໃຈ. ຫວັງວ່າດ້ວຍຄວາມພະຍາຍາມຮ່ວມກັນເພີ່ມຂື້ນ ບົນຈິດໃຈຄວາມເຫັນອົກເຫັນໃຈເຊິ່ງກັນ ແລະ ກັນບົນພື້ນຖານແຫ່ງການເປັນຄູ່ຮ່ວມມືແບບກວມລວມອັນແທ້ຈິງ, ການປະຕິບັດງານຮ່ວມກັນດັ່ງກ່າວ ຈະສືບຕໍ່ບັນລຸເປົ້າໝາຍທີ່ວາງໄວ້ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ ລາວ ແລະ ອາເມລິກາ.

ນັບແຕ່ມີການຮ່ວມມືກັນເພື່ອດໍາເນີນການສໍາຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ມາຮອດປັດຈຸບັນ, ສອງຝ່າຍໄດ້ຂຸດຄົ້ນພົບສິ່ງເສດເຫລືອທະຫານອາເມລິກາ ແລະ ຈັດສົ່ງຈໍານວນ 285 ຄົນ ຫລື ເກືອບເທົ່າ 50% ແລະ ຍັງອີກ 288 ຄົນ ທີ່ຝ່າຍອາເມລິກາ ຈໍາເປັນ ແລະ ຕ້ອງການຮ່ວມມືຈາກລາວ ໃນການສືບຕໍ່ຄົ້ນຫາ, ຊຶ່ງລັດຖະບານລາວ ຈະສືບຕໍ່ໃຫ້ການຮ່ວມມືກັບອາເມລິກາ ບົນພື້ນຖານຄວາມອາດສາມາດ ແລະ ເງື່ອນໄຂຕົວຈິງຂອງຕົນ ໂດຍອີງຕາມບັນຍາກາດການພົວພັນຮ່ວມມື ລະຫວ່າງ ສອງປະເທດລາວ-ອາເມລິກາ ໃນອານາຄົດ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...