spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມວິທີເຮັດໃຫ້ສະເປີມຜູ້ຊາຍແຂງແຮງ

ວິທີເຮັດໃຫ້ສະເປີມຜູ້ຊາຍແຂງແຮງ

Published on

ຊາຍໜຸ່ມຫຼາຍຄົນອາດຈະຍັງບໍ່ຮູ້ວ່າຕົວເອງມີພຶດຕິກຳຫຼາຍຢ່າງທີ່ສ່ຽງຕໍ່ການເຮັດໃຫ້ເຊື້ອອະສຸຈິອ່ອນແອ ຈົນເຮັດໃຫ້ຕົກຢູ່ໃນພາວະເຊື່ອມສະມັດຕະພາບທາງເພດໄດ້ໂດຍບໍ່ຮູ້ຕົວ ແລະ ເພື່ອເປັນການປ້ອງກັນບໍ່ໃຫ້ຄຸນນະພາບຂອງສະເປີມທ່ານຊາຍຫຼຸດລົງໄປຫຼາຍກວ່ານີ້ ໃນຄໍລຳ ເພື່ອສຸຂະພາບ ວັນນີ້ເຮົາມີວິທີເຮັດໃຫ້ສະເປີມແຂງແຮງ ມາແນະນຳໃຫ້ຮູ້ຈັກກັນ

  1. ນັກວິໃຈຈາກປະເທດເນເທີແລນບອກວ່າ ຜູ້ຊາຍທີ່ມີຮອບແອວຫຼາຍກວ່າ 40 ນິ້ວຂຶ້ນໄປ ຈະມີຄວາມເຂັ້ມຂຸ້ນຂອງສະເປີມ ແລະ ຈຳນວນຂອງສະເປີມໜ້ອຍກວ່າຜູ້ຊາຍແອບບາງ ເນື່ອງຈາກມີນ້ຳໜັກຕົວທີ່ຫຼາຍເກີນໄປ ສະນັ້ນຖ້າຢາກໃຫ້ມີສະເປີມຫຼາຍ ແລະ ແຂງແຮງຕ້ອງພະຍາຍາມຄວບຄຸມນ້ຳໜັກໃຫ້ພໍດີຢູ່ສະເໝີ
  2. ຄວນກິນປາຫຼາຍກວ່າກິນຊີ້ນ ທີມວິໄຈວິທະຍາໄລຮາຣວາດ ເຜີຍວ່າ  ຄົນທີ່ກິນຊີ້ນສັດເປັນປະຈຳຈະມີຈຳນວນສະເປີມຫຼຸດລົງຢ່າງເຫັນໄດ້ຊັດເຈນ ຕ່າງຈາກຄົນທີ່ກິນປາເປັນຫຼັກ ໂດຍສະເພາະຄົນທີ່ກິນປາທູນ່າ ແລະ ປາແຊລມອນ ນ້ຳເຊື້ອອະສຸຈິຈະມີຫຼາຍກວ່າຄົນທີ່ມັກກິນຊີ້ນ ເຖິງ 65%
  3. ບໍ່ຄວນນຸ່ງສະລິບຄັບຈົນເກີນໄປ ເພາະອຸນຫະພູມຂອງອັນທະຈະສູງຂຶ້້ນ ນອກຈາກຈະເຮັດໃຫ້ມັນອຶດອັດແລ້ວ ຍັງເປັນສາເຫດເຮັດໃຫ້ຮ່າງກາຍຜະລິດເຊື້ອອະສຸຈິໄດ້ໜ້ອຍລົງນັ້ນເອງ
  4. ບໍ່ຄວນກິນອາຫານຮ້ອນໃສ່ພາສະນະຢາງພລາສຕິກ ເພາະສານ  BPA ຈະລະລາຍ ແລະ ຊຶມເຂົ້າສູ່ອາຫານໄດ້ ຫາກມີສານດັ່ງກ່າວສະສົມໃນຮ່າງກາຍຫຼາຍ ຈະເຮັດໃຫ້ຄຸນນະພາບຂອງສະເປີມເສື່ອມຖອຍລົງ ແລະ ໄປຂັດຂວາງການຫລັ່ງຮໍໂມນເພດຊາຍອີກດ້ວຍ
  5. ບໍ່ຄວນນຳໂທລະສັບໃສ່ໄວ້ໃນຖົງໂສ້ງ ເນື່ອງຈາກສັນຍານໂທລະສັບສາມາດເຮັດໃຫ້ສະເປີມເສື່ອມໄດ້
  6. ບໍ່ຄວນສູບຢາຫຼາຍ ເນື່ອງຈາກຢາສູບເປັນແຫຼ່ງຂອງສານນິໂຄຕິນ ແລະ ສານພິດຫຼາຍຊະນິດ ເຊິ່ງການສູບຢາໃນປະລິມານຫຼາຍ ແລະ ສູບເປັນເວລາດົນ ຈະເຮັດໃຫ້ສະເປີມຫຼຸດລົງ ແລະ ສົ່ງຜົນເສຍຕໍ່ດີເອັນເອໃນສະເປີມໄດ້
  7. ຄວນອອກກຳລັງກາຍຢ່າງສະໝ່ຳສະເໝີ ຢ່າງໜ້ອຍອອກກຳລັງກາຍໃຫ້ໄດ້ອາທິດລະ 15 ຊົ່ວໂມງ ຈະເຮັດໃຫ້ເລືອດສູບບສີດໄດ້ດີ ແລະ ມີເຊື້ອອະສຸຈິທີ່ເຂັ້ມຂຸ້ນອີກດ້ວຍ
  8. ບໍ່ຂັບລົດຈັກຕິດຕໍ່ກັນຫຼາຍຊົ່ວໂມງ ການເດີນທາງໄກດ້ວຍລົດຈັກຫຼາຍຊົ່ວໂມງ ຈະເຮັດໃຫ້ນັ່ງເປັນເວລາດົນສົ່ງຜົນໃຫ້ເກີດຄວາມຮ້ອນທີ່ອັນທະຈົນເຮັດໃຫ້ເຊື້ອອະສຸຈິຕາຍ ເພາະສະເປີມສາມາດອາໃສຢູ່ໃນອຸນຫະພູມຮ່າງກາຍທີ່ປົກກະຕິເທົ່ານັ້ນ

 

ຂໍ້ມູນຈາກ: http://men.kapook.com/view144145.html
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...