ໄມເກນ ເປັນອາການເຈັບຫົວທີ່ມັກຈະບໍ່ຕອບສະໜອງກັນຢາທຳມະດາທີ່ກິນເຂົ້າໄປ ເຊິ່ງມັນເປັນອາການເຈັບທີ່ຮຸນແຮງຂ້າງໃດຂ້າງໜຶ່ງຂອງຫົວ ແລະບາງຄັ້ງມັນຍັງເຮັດໃຫ້ເຮົາຮູ້ສຶກບ່ວນທ້ອງ ແລະປວດຮາກ.
ໂດຍສາເຫດທີ່ເກີດອາການໄມເກນນັ້ນມາຈາກການຈາດໂຊດຽມໃນຮ່າງກາຍ ຈຶ່ງເຮັດໃຫ້ຜູ້ຊ່ຽວຊານແນະນໍາໃຫ້ໃຊ້ເກືອໃນການບັນເທົ່າອາການໄມເກນດັ່ງກ່າວ. ນອກຈາກເກືອຫິມະໄລຈະມີະໂຫຍດຕໍ່ສຸຂະພາບແລ້ວ ມັນຍັງສາມາດບັນເທົ່າອາການເຈັບຮຸ່ນແຮງຕ່າງໆໄດ້ດີ ແລະຍັງສາມາດຄວບຄຸມສົນດຸນຄວາມເປັນກົດເບສໃນຮ່າງກາຍຂອງເຮົາ ຊຶ່ງນໍາໄປສູ່ການເພີ່ມລະດັບພະລັງງານ ເພີ່ມພູມຄຸ້ມກັນຮ່າງກາຍໃຫ້ແຂງແຮງອີກດ້ວຍ.
ການຮັກສາອາການໄມເກນດ້ວຍເກືອມັນເປັນວິທີການທາງທໍາມະຊາດທີ່ໄດ້ຜົນຢ່າງມີປະສິດທິພາບຫຼາຍທີ່ສຸດ ຊຶ່ງຈະຊ່ວຍບັນເທົ່າອາການເຈັບຫົວອັນແສນທໍລະມານໄດ້ດ້ວຍເກືອ.
ຂັ້ນຕອນວິທີເຮັດ: ເອົາມະນາວເຄິ່ງໜ່ວຍມາທາທີ່ໜ້າຜາກຂອງເຮົາ ຫຼືຈະເອົາໝາກນາວໄປຄັ້ນເອົານໍ້າໃສ່ຕຸກ ແລະເອົາເກືອໃສ່ລົງໄປ ແລ້ວເອົາມາທາໜ້າຜາກ ພຽງເທົ່ານີ້ກໍຈະເຮັດໃຫ້ອາການເຈັບຫົວຂອງເຮົາ ແລະບັນເທົ່າອາການໄມເກນໄດ້ຢ່າງແນ່ນອນ.