spot_img
Homeນານາສາລະວິທີຮັກສາສິວຢູ່ຫຼັງໃຫ້ດີໄວ ແບບງ່າຍໆ

ວິທີຮັກສາສິວຢູ່ຫຼັງໃຫ້ດີໄວ ແບບງ່າຍໆ

Published on

ເວລາເປັນສິວຢູ່ຫຼັງ ຈະເຮັດໃຫ້ເຮົາບໍ່ໝັ້ນໃຈ ບໍ່ກ້າຈະໃສ່ເສື້ອສາຍດ່ຽວ, ເສື້ອກ້າມ ຫຼືເສື້ອທີ່ຕ້ອງໄດ້ໂຊຫຼັງ, ມື້ນີ້ມີວິທີຮັກສາຮອຍສິວທີ່ເກີດຢູ່ຫຼັງໃຫ້ຫາຍດີ ແລະປົກປິດຮ່ອງຮອຍໃຫ້ກັບມານຽນອີກຄັ້ງ ໃຫ້ອອກຈາກບ້ານແບບໝັ້ນໃຈ

  1. ໂປະຜົງວິເສດ: ການໂປະຜົງວິເສດໃສ່ຊ່ວຍໃຫ້ສິວດີໄວຂຶ້ນ ໂດຍການເອົານໍ້າມາປະສົມກັບຜົງວິເສດໃຫ້ພໍດີໜຽວ ແລ້ວກໍແປະໃສ່ເທິງບ່ອນທີ່ສິວເກີດຂຶ້ນ ຖ້າຢາກໃຫ້ດີໄວກໍປະສົມກັບຢາແຕ້ມສິວແບບນໍ້າ ແລ້ວສິວຢູ່ຫຼັງກໍຈະແຫ້ງ ແລະດີໄວຂຶ້ນ
  2. ຖ້າມີຫົວສິວໃຫ້ບີບອອກ: ໂດຍການໃຫ້ໝູ່ ຫຼືຄົນໃຫ້ຊິດສີດອອກໃຫ້ ຫຼັງຈາກສີດອອກກໍໂປະຜົງພິເສດໃສ່ເພື່ອໃຫ້ແຫ້ງ ຫຼືຖ້າເປັນຮອຍໃຫຍ່ກໍແປະເປຕາລີນໃສ່ເພື່ອສະໝານແຜ ຫຼັງຈາກຫົວສິວອອກແລ້ວ ເຮົາກໍຈະຮັກສາຮອຍສິວ
  3. ທາຄີມລຶບຮອຍສິວ: ເມື່ອເຮົາກໍາຈັດສິວອອກແລ້ວ ກໍເປັນການຟື້ນຟູ ໂດຍການທາຄີມລຶບຮອຍສິວ ຈຳພວກວິຕາມິນອີ ເອົາມາທາບ່ອນທີ່ເປັນຮອຍສິວ ຮັບຮອງວ່າສິວຈະຈາງລົງ
  4. ທາຄີມບຳລຸງຕາມປົກກະຕິ: ຖ້າບໍ່ຢາກໃຫ້ຫຼັງແຫ້ງບໍ່ເປັນຕາເບິ່ງ ກໍຄວນທາຄີມບຳລຸງເພື່ອເພີ່ມຄວາມຊຸ່ມຊື່ນ ແລະການບຳລຸງ ໂດຍສະເພາະຄີມບຳລຸງວິຕາມິນບີ 3 ຫຼືໄວເທນນິ້ງ ຈະເຮັດໃຫ້ຜິວນຽນ ແລະຍັງຊ່ວຍຫຼຸດຮອຍໃຫ້ຈາງລົງ
  5. ຖ້າຕ້ອງໄດ້ອອກງານກໍຄວນທາແປ້ງປົກໄວ້ກ່ອນ: ສ່ວນໃຜທີ່ຕ້ອງໄດ້ອອກງານ ໂດຍຕ້ອງໄດ້ນຸ່ງເສື້ອສາຍດ່ຽວ ຫຼືໄດ້ໂຊຫຼັງ ອາດຈະທາຮອງພື້ນ ແລະທາແປ້ງທີ່ມີສີດຽວກັບຜິວ ເພື່ອປົກໃຫ້ຮອຍຈາງລົງ, ແຕ່ຖ້າຫາກເລືອກໄດ້ ກໍແນະນຳໃຫ້ຫຼີກລຽງຈະດີກວ່າ ເພື່ອຜິວຈະບໍ່ອຸດຕັນ ຈົນກາຍ ເປັນສິວອຸດຕັນກັບມາເປັນສິວອີກຄັ້ງ ລໍຖ້າໃຫ້ດີກ່ອນແມ່ນດີທີ່ສຸດ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...