spot_img
HomeBaby-ແມ່ແລະເດັກວິທີສັງເກດອາການຂອງລູກວ່າກຳລັງໄຂ້ ຫຼື ບໍ່ໄຂ້

ວິທີສັງເກດອາການຂອງລູກວ່າກຳລັງໄຂ້ ຫຼື ບໍ່ໄຂ້

Published on

ລູກນ້ອຍຮ້ອງໄຫ້ມີຫຼາຍສາເຫດ ບາງຄັ້ງກໍ່ໄຫ້ ເພາະມີແນວກວນໃຈ ບາງຄັ້ງກໍ່ໄຫ້ຍ້ອນມີແນວຢາກໄດ້ ບາງຄັ້ງກໍ່ໃຫ້ຍ້ອນປ່ວຍຄີງບໍ່ສະບາຍຕົນຕົວ ເຊິ່ງນີ້ແມ່ນບັນຫາຂອງຜູ້ເປັນພໍ່ແມ່ ຫຼື ຄົນລ້ຽງເດັກບໍ່ຄວນເບິ່ງຂ້າມເດັດຂາດ ວັນນີ້ລາວໂພສຕ໌ເລີຍມີຂໍ່ສັງເກດອາການຂອງລູກວ່າກຳລັງໄຂ້ ຫຼື ບໍ່ໄຂ້ ມາໃຫ້ພວກທ່ານໄດ້ສຶກສາກັນເພື່ອເປັນຄວາມຮູ້ໃໝ່

1.ອາການຕໍ່ໄປນີ້…ລູກຍັງບໍ່ໄຂ້

– ເປັນຫວັດ/ມີໄຂ້ບໍ່ສູງ
– ມີຂີ້ມູກເລັກໜ້ອຍ
– ໄອແຫ້ງໆ
– ໄອມີຂີ້ກະເທີ່
– ຍັງກິນນົມ/ດູດນົມໄດ້
– ຍິ່ມແຍ້ມ ແຈ່ມໃສ ບໍ່ຊືມເສົ້າ
– ບໍ່ຮາກ
– ກິນອາຫານໄດ້ຕາມປົກກະຕິ

ຫາກລູກມີຂີ້ກະເທີ່ ແລ້ວອາການຄ່ອຍໆດີຂຶ້ນ ພາຍໃນ 2-3 ວັນ ກໍ່ວາງໃຈໄດ້ວ່າລູກເຮົາອາດເປັນພຽງຫວັດທຳມະດາ ບໍ່ໄດ້ມີໄຂ້ ຫຼື ພະຍາດຮ້າຍແຮງ

2. ອາການນີ້…ລູກເປັນໄຂ້ແລ້ວ

– ຂີ້ກະເທີ່ມີສີຂຽວເຫຼືອງ ຫຼື ມີສີຂາວຂຸ່ນ (ສະແດງວ່າຕິດເຊື້ອໄວຣັສ)
– ຫາຍໃຈໄວ
– ໜ້າເອິກບຸ໋ມເວລາຫາຍໃຈ
– ຊຶມເສົ້າ ບໍ່ຍິ້ມແຍ້ມແຈ່ມໃສ
– ຮ້ອງໄຫ້ ງໍແງ
– ບໍ່ຍອມກິນນົມ
– ຮາກ ເບື່ອອາຫານ

ທັງໝົດນີ້ສະແດງວ່າລູກມີອາການຮຸນແຮງຫຼາຍຂຶ້ນ ແລະ ຕ້ອງຟ້າວໄປຫາໝໍດ່ວນ ຖ້າປ່ອຍໄວ້ດົນລູກອາດເກີດການຕິດເຊື້ອທາງເດີນຫາຍໃຈ ອາດຮຸນແຮງເຖິງ ມີອາການຫຼອດລົມອັກເສບ, ຫອບຫືດ, ຫຼື ອາດຕິດເຊື້ອທາງປອດ ແລະ ຕັບ ຈົນເກີດເປັນປອດອັກເສບ ແລະ ຕັບອັກເສບໄດ້ໃນທີ່ສຸດ.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...