spot_img
Homeນານາສາລະວິທີສັງເກດຄວາມແຕກຕ່າງລະຫວ່າງປາຄໍ່ລ້ຽງ ແລະ ປາຄໍ່ທຳມະຊາດ

ວິທີສັງເກດຄວາມແຕກຕ່າງລະຫວ່າງປາຄໍ່ລ້ຽງ ແລະ ປາຄໍ່ທຳມະຊາດ

Published on

ມື້ນີ້ເຮົາຈະມາສົນທະນາກ່ຽວກັບເລື່ອງຂອງປາຄໍ່ ວິທີສັງເກດປາຄໍ່ລ້ຽງ ແລະ ປາຄໍ່ນາ ສຳລັບຄົນທີ່ມັກໄປຊື້ປາຄໍ່ຢູ່ຕະຫຼາດ ແລ້ວອາດຖືກແມ່ຄ້າປາກຫວານຂາຍປາທີ່ຢັວະໃຫ້ຊື້ປາຄໍ່ລ້ຽງໃນລາຄາປາຄໍ່ນາ ເຊິ່ງຕົນເອງກໍ່ບໍ່ຮູ້ເບິ່ງວ່າປາຄໍ່ລ້ຽງ ກັບ ປາຄໍ່ນາມັນ່າງກັນແນວໃດ ດັ່ງນັ້ນ ໃນຄໍລຳສາລະໜ້າຮູ້ ກັບ ລາວໂພສຕ໌ມື້ນີ້ ແອັດມິນເລີຍມີຂໍ້ມູນການສັງເກດຄວາມແຕກຕ່າງລະຫວ່າງ ປາຄໍ່ລ້ຽງ ແລະ ປາຄໍ່ນາ ມາຝາກກັນ ຖ້າຢາກຮູ້ວ່າມີແນວໃດແນ່ ເຮົາມາເບິ່ງນຳກັນເລີຍ

• ປາຄໍ່ນາຈະມີເກັດເປັນລາຍ ຫຼື ເກັດມີສີຄ່ອນຂ້າງຈາງເຫຼືອງ ເຊິ່ງຈະຕ່າງຈາກປາຄໍ່ລ້ຽງທີ່ຈະມີສີເກັດເປັນສີລ້ວນ ສີເຄັ້ມກວ່າ ຖ້າດຳກໍ່ດຳໄປທົ່ວຕົວເລີຍ

• ຮູບຮ່າງຂອງປາຄໍ່ນາຈະບໍ່ໄດ້ສົມສ່ວນເຊັ່ນ: ຫົວຄ່ອນຂ້າງໃຫຍ່ ແລະ ຍາວ, ປາກຄ່ອນຂ້າງແປ ສ່ວນປາຄໍ່ລ້ຽງມັກມີລຳໂຕອວບໄດ້ສັດສ່ວນສົມສ່ວນ

• ປາຄໍ່ນາເມື່ອຜ່າທ້ອງອອກຈະບໍ່ພົບໄຂມັນຕິດລຳໄສ້ ສ່ວນປາຄໍ່ລ້ຽງຈະພົບໄຂມັນຕິດບໍລິເວນລຳໄສ້ຫຼາຍ

 

ຂໍ້ມູນຈາກ: http://www.rakkaset.com/2016/11/blog-post_92.html
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...