spot_img
Homeຄົມຄິດຄົມຄົນວິທີມອບເງິນໃຫ້ຄົນທີ່ຕາຍໄປຢ່າງສະຫຼາດ

ວິທີມອບເງິນໃຫ້ຄົນທີ່ຕາຍໄປຢ່າງສະຫຼາດ

Published on

ຜູ້ຊາຍຄົນນີ້ໃຊ້ເວລາທັງຊີວິດຫາເງິນ ກ່ອນຈະເສຍຊີວິດເຂົາໄດ້ໃຫ້ຜູ້ເປັນເມຍສາບານ ແລະ ຕົກລົງກັບເຂົາວ່າຈະນຳເງິນທັງໝົດທີ່ເຂົາຫາມາໄດ້ຝັງໄປພ້ອມກັບເຂົາ ເພື່ອຈະເຮັດໃຫ້ເຂົານອນຕາຍຕາລັບ ເຊິ່ງຜູ້ເປັນເມຍກໍ່ຮັບປາກ

ໃນມື້ງານສົບຜູ້ເປັນເມຍໄດ້ແຕ່ນັ່ງມິດບໍ່ປາກບໍ່ເວົ້າກັບໃຜ ຈົນຮອດຕອນທີ່ໂລງກຳລັງຈະຖືກຝັງ ເພື່ອນໆທີ່ມາຮ່ວມງານຕ່າງກໍ່ປະຫຼາດໃຈ ເພາະທຸກຄົນຮູ້ກ່ຽວເລື່ອງນີ້ດີ ແຕ່ທຸກຄົນກໍ່ຄິດບໍ່ເຖິງວ່າເມຍຂອງຜູ້ຕາຍຈະເຮັດແບບນັ້ນແທ້

ເມຍຜູ້ຕາຍກ່າວຕໍ່ບັນດາໝູ່ເພື່ອນວ່າ: ຂ້ອຍສາບານແລ້ວ ຂ້ອຍບໍ່ຕັວະດອກ ຂ້ອຍໄດ້ນຳກ່ອງສົມບັດລົງໄປໃນໂລງພ້ອມ

ບັນດາໝູ່ເພື່ອຕ່າງພາກັນຖາມວ່າ:​ເຈົ້າໄດ້ນຳເງິນທັງໝົດໃສ່ລົງໃນກ່ອງສົມບັດແລ້ວເອົາລົງໃນໂລງແທ້ໆຫວາ?

ເມຍຜູ້ຕາຍຕອບວ່າ: ແນ່ນອນ! ຂ້ອຍເອົາເງິນຂອງລາວທັງໝົດຝາກ ແລະ ໂອນເຂົ້າບັນຊີຂ້ອຍຈົນໝົດແລ້ວ ແລະ ຂ້ອຍກໍ່ໄດ້ຂຽນແຊັກໃສ່ໃນກ່ອງໃຫ້ລາວແລ້ວ ເມື່ອລາວໄປຢູ່ພົບໃໝ່ ລາວກໍ່ສາມາດເອົາແຊັກທີ່ຂ້ອຍໃຫ້ໄປຖອນເງິນຢູ່ທະນາຄານທາງນັ້ນໄດ້

ນີ້ເປັນອີກເລື່ອງລາວໜຶ່ງທີ່ເຮັດໃຫ້ເຮົາມີຄວາມຄິດໃໝ່ໃນການມອບເງິນໃຫ້ແກ່ຄົນທີ່ຕາຍໄປ ເພາະສ່ວນຫຼາຍເຫັນແຕ່ເອົາເງິນເປັນໃບໃສ່ໄປພ້ອມກັບຄົນຕາຍ ເພາະມີຄວາມເຊື່ອວ່າເປັນເງິນແຮຖົງໃຫ້ຄົນຕາຍໄດ້ເອົາໄປໃຊ້ໃນການເດີນທາງໄປພົບຊາດໃໝ່

ຄວາມຈິງແລ້ວ ຄວາມສຸກຂອງຊີວິດຄືການໃຊ້ເງິນໃຫ້ສະຫຼາດ ແລະ ເຮັດໃນສິ່ງທີ່ຕົນເອງສົນໃຈ ຫາກທ່ານເປັນທາດຂອງເງິນທຸກຢ່າງຈະກາຍເປັນເລື່ອງທີ່ໜ້າເບື່ອຫຼາຍ ໜ້າຊື່ນຊົມທີ່ຜູ້ເປັນເມຍສາມາດຫາທາງອອກໃນເລື່ອງນີ້ຢ່າງສະຫຼາດ

 

ບົດຄວາມຈາກ: http://www.liekr.com/post_139800.html

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...