spot_img
Homeນານາສາລະວິທີປ້ອງກັນເຊື້ອລາໃນຊ່ອງຄອດ

ວິທີປ້ອງກັນເຊື້ອລາໃນຊ່ອງຄອດ

Published on

ໜຶ່ງໃນບັນຫາທີ່ອາດເກີດຂຶ້ນກັບຊ່ອງຄອດໄດ້ກໍຄື ເລື່ອງຂອງເຊື້ອລາ ສາວໆທຸກຄົນມີໂອກາດທີ່ຈະເປັນໄດ້ ເຖິງຈະບໍ່ແມ່ນໂລກທີ່ຮ້າຍແຮງແຕ່ກໍບໍ່ຄວນເບິ່ງຂ້າມ.

ສັງເກດອາການ: ອາການເລີ່ມຕົ້ນລົງຂາວຈະມີສີຂາວ ຫຼືສີເຫຼືອງເປັນກ້ອນຄ້າຍຄືນົມບູດ ມີກິ່ນທີ່ຜິດປົກກະຕິ ໂດຍຊ່ອງຄອດຈະເກີດອາການຄັນ ແຕ່ຖ້າກວນຫຼາຍກໍຈະເກີດອາການອັກເສບໄດ້.

ວິທີປ້ອງກັນເຊື້ອລາໃນຊ່ອງຄອດ

  1. ຮັກສາຄວາມສະອາດຊຸດຊັ້ນໃນໃຫ້ແຫ້ງ ແລະສະອາດ ບໍ່ໃຫ້ຕາກໃສ່ບ່ອນບໍ່ມີແສງແດດ
  2. ເລືອກນຸ່ງໂສ້ງທີລະບາຍອາກາດໄດ້ດີ ບໍ່ໃຫ້ປຽກ ຫຼືຊຸ່ມນໍ້າເຫື່ອ ບໍ່ໃສ່ຊຸດຊັ້ນໃນທີ່ຮັດເກີນໄປ

3.ກິນໂຢເກີດທີ່ມີຈຸລິນຊີ  ສາມາດຊ່ວຍຜ່ອນອັດຕາການເປັນເຊື້ອລາໃນຊ່ອງຄອດ

4.ຜ່ອນການກິນຂອງຫວານ ເພາະຂອງຫວານໆເພີ່່ມປະລິມານນໍ້າຕານໃນເຊວຕ່າງໆ ຊຶ່ງພົບເຫັນວ່າເປັນອາຫານທີ່ມັກຂອງເຊື້ອລາ ເຮັດໃຫ້ເຊື້ອລາຈະເຈີນເຕີບໂຕໄດ້

  1. ຫຼີກເວັ້ນອາຫານທີ່່ແພ້
  2. ຄວນຮູ້ຈັກຜ່ອນຄາຍເຮັດໃຈໃຫ້ສະບບາຍ ເພາະການຄຽດເປັນສາເຫດທີ່ເຮັດໃຫ້ເກີດພະຍາດກໍ່ຕົວ
  3. ບໍ່ຄວນນຸ່ງໂສ້ງແອວຕໍ່າ ແລະຮັດໆ
  4. ການຮັກສາຄວາມສະອາດ ຄວນໃຊ້ແຕ່ນໍ້າທີ່ສະອາດ ຫຼືສະບູ ສໍາຫຼັບຜູ້ທີ່ມັກໃຊ້ນໍ້າຢາເຮັດຄວາມສະອາດຊ່ອງຄອດ ຖ້າໃຊ້ດົນອາດເຮັດໃຫ້ຄວາມເປັດກົດໃນຊ່ອງຄອດປ່ຽນແປງ ເປັນສາເຫດເຮັດໃຫ້ມີເຊື້ອລາເກີດຂຶ້ນໄດ້ ແລະບາງຄົນອາດແພ້ສານເຄມີໃນນໍ້າຢາອີກ
  5. ໝັ່ນຮັກສາສຸຂະພາບຮ່າງກາຍໃຫ້ແຂງແຮງຢູ່ສະເໝີ ເພື່ອຮ່າງກາຍຈະໄດ້ມີພູມຕ້ານທານຕໍ່ຕ້ານເຊື້ອພະຍາດ
  6. ລະວັງການກິນຢາ ສໍາຫຼັບຄົນທີ່ກິນຢາແກ້ອັກເສບ ກິນຢູ່ຄຸມກໍາເກີດເປັນເວລາດົນ ຫຼືໄດ້ຮັບຢາປ້ອງກັນເຊັ່ນ: ປ້ອງກັນພະຍາດທາງເລືອດ ຫຼືການບໍາບັດນັ້ນ ຈະສົ່ງຜົນເຮັດໃຫ້ແບັກທີເລີຍຫຼຸດລົງ ສົ່ງຜົນໃຫ້ມີໂອກາດສ່ຽງໃນການເກີດເຊື້ອລາໃນຊ່ອງຄອດໄດ້ງ່າຍ
  7. ເລືອກກິນຜັກ ແລະໝາກໄມ້ໃຫ້ຫຼາຍ ເພື່ອທີ່ຈະຮັບສານຕ້ານອະນຸມຸນອິສະລະ ທັງເປຍັງເປັນການສົ່ງເສີມໃຫ້ສາວໆມີຜິວງາມ ແລະສຸຂະພາບດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...