spot_img
Homeຂ່າວການພັດທະນາວາງສີລາລຶກ ໂຄງການກໍ່ສ້າງ ຫ້ອງວ່າການສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ

ວາງສີລາລຶກ ໂຄງການກໍ່ສ້າງ ຫ້ອງວ່າການສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ

Published on

ຂປລ. ພິທີ​ວາງ​ສີ​ລາ​ລຶກ ໂຄງການກໍ່ສ້າງ ຫ້ອງວ່າການສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ​ໄດ້​ຈັດ​ຂຶ້ນ​ໃນວັນທີ 12 ພຶດສະພາ 2016 ນີ້, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ພົງສະຫັວນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ມີ​ບັນດາສະມາຊິກສະພາແຫ່ງຊາດ ຊຸດທີ VIII ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ສົມຫັວງ ວົງວິໄລ ອຳນວຍການ ບໍລິສັດ ຈິດຈະເລີນກໍ່ສ້າງ ຈຳກັດ ໃນນາມຜູ້ຮັບເໝົາກໍ່ສ້າງ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງ ຫ້ອງການສະພາປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ແມ່ນເລີ່ມໄດ້ລົງມືມາແຕ່ວັນທີ 7 ເມສາ 2016 ແລະ ຄາດວ່າຈະໃຫ້ສຳເລັດ ໃນວັນທີ 7 ເມສາ 2019 ກຳນົດ 36 ເດືອນ, ມີເນື້ອທີ່ທັງໝົດ 2 ເຮັກຕາກວ່າ ໃນມູນຄ່າການກໍ່ສ້າງທັງໝົດ 58,5 ຕື້ກີບ ໂດຍແມ່ນທຶນງົບປະມານຂອງລັດ. ເປັນອາຄານ 4 ຊັ້ນ, ກວ້າງ 54 ແມັດ, ຍາວ 74 ແມັດ, ສູງ 21 ແມັດ, ມີຫ້ອງປະຊຸມສາມາດບັນຈຸຄົນໄດ້ 300-400 ຄົນ, ມີລະບົບ ກໍາແພງອ້ອມຮອບ, ເດີ່ນຈອດລົດ, ປະຕູໂຂງ ແລະ ປ້ອມຍາມ, ມີລະບົບນ້ຳປະປາ, ໄຟຟ້າ, ມີລະບົບ ເຄື່ອງປັບອາກາດ, ເຄື່ອງສື່ສານ, ເຄື່ອງສຽງ ແລະ ລະບົບອິນເຕີເນັດ ຄົບຊຸດ.

ໂຄງການດັ່ງກ່າວ, ໄດ້ລິເລີ່ມຂຽນເປັນບົດສະເໜີໂຄງການ ມາແຕ່ເດືອນພະຈິກ ປີ 2010 ເປັນຕົ້ນມາ ຍ້ອນອີງໃສ່ ສະຖານທີ່ບ່ອນເຮັດວຽກຂອງ ສະມາຊິກສະພາຊຸດທີ VII ແລະ ການເຕີບໃຫຍ່ຂະຫຍາຍຕົວທາງດ້ານຈຳນວນ ແລະ ພາລະບົດບາດ ຂອງຫ້ອງວ່າການສະພາ ມີການຂະຫຍາຍເພີ່ມຂຶ້ນ ແລະ ໄດ້ເຮັດໃຫ້ສະຖານທີ່ບ່ອນເຮັດວຽກ ມີຄວາມຫຍຸ້ງຍາກ ບວກໃສ່ທີ່ຕັ້ງຂອງອາຄານຫລັງເກົ່າບໍ່ເໝາະສົມ. ສະ​ນັ້ນ, ​ຈິ່ງ​ໄດ້​ມີ​ການກໍ່​ສ້າງຫ້ອງວ່າການ ສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີຫລັງ​ໃໝ່.

 

ແຫລ່ງງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...