spot_img
Homeຂ່າວຕ່າງປະເທດລົດໄຟຟ້າທະລຸແນວກັ້ນໄປຈອດເທິງຫາງປາວານ

ລົດໄຟຟ້າທະລຸແນວກັ້ນໄປຈອດເທິງຫາງປາວານ

Published on

ເວັບໄຊຂ່າວ ເດລີເມລ ລາຍງານວ່າ ເມື່ອເວລາ 12.30 ນາທີ ຂອງວັນທີ 2 ພະຈິກ 2020 ເກີດເຫດລົດໄຟຟ້າຕົກລາງ ແລະ ແລ່ນຕຳແນວກັ້ນໄປຈອດຄ້າງກາງອາກາດຢູ່ເທິງຮູບປັ້ນຫາງປາວານ ສູງ 7.6 ແມັດ, ເຮັດໃຫ້ຫົວລົດໄຟເສຍຫາຍໜັກ.

ເຫດການດັ່ງກ່າວເກີດຂຶ້້ນທີ່ສະຖານນີລົດໄຟ້າ ເດິ ອັກເກີ ທີ່ເມືອງສະໄປເກີນິສເຊີ ປະເທດເນເທີແລນ ໂຊກດີທີ່ເຫດການຄັ້ງນີ້ບໍ່ມີຜູ້ໂດຍສານ ຫຼື ພະນັກງານຄົນໃດໄດ້ຮັບບາດເຈັບ ແຕ່ຄົນຂັບລົດໄຟຖືກນຳສົ່ງໂຮງໝໍເພື່ອກວດຮ່າງກາຍ.

ປະຕິມາກຳປາວານນີ້ສ້າງຂຶ້ນເມື່ອປະມານ 20 ປີກ່ອນໃນສວນສາທາລະນະກ້ອງລົດໄຟເຊິ່ງເປັນຈຸດສິ້ນສຸດທາງລົດໄຟ, ເຊິ່ງຜູ້ຊ່ຽວຊານຕ່າງໆລວມເຖິງສະຖາປະນິກຜູ້ສ້າງຮູບປັ້ນຫາງປາວານໄປທີ່ເກີດເຫດເພື່ອສຶກສາວິທີການທີ່ຈະເຄື່ອນຍ້ານລົດໄຟ.

ທາງເຈົ້າໜ້າທີ່ກຳລັງຂົນຍ້າຍລົດໄຟທີ່ໄດ້ຮັບຄວາມເສຍຫາຍໜັກ ແລະ ຈະເປີດໃຫ້ບໍລິການສະຖານີເດິ ອັກເກີ ອີກຄັ້ງ ແລະ ໄດ້ເຮັດການປິດກັນບໍລິເວນທີ່ເກີດເຫດໄວ້ຊົ່ວຄາວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...