spot_img
Homeຂ່າວພາຍ​ໃນລົດໄຟຂະບວນທຳອິດ ຈະມາຮອດນະຄອນຫຼວງວຽງຈັນໃນວັນສຸກອາທິດນີ້

ລົດໄຟຂະບວນທຳອິດ ຈະມາຮອດນະຄອນຫຼວງວຽງຈັນໃນວັນສຸກອາທິດນີ້

Published on

ລົດໄຟຂະບວນທຳອິດຈະເດີນທາງມາເຖິງນະຄອນຫຼວງວຽງຈັນ ໃນວັນທີ 15 ຕຸລານີ້, ພາຍຫຼັງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 1292/ຫສນຍ ວ່າດ້ວຍທິດຊີ້ນຳກ່ຽວກັບການຮັບຮອງການຕັ້ງຊື່ຂະບວນລົດໄຟໂດຍສານສາຍດ່ວນ (ຂະບວນທຳອິດ) ເພື່ອມາຮັບໃຊ້ການບໍລິການພາຍໃນປະເທດ ແລະສາກົນ ໂດຍເຫັນດີຮັບຮອງການຕັ້ງຊື່ຂະບວນລົດໄຟໂດຍສານສາຍດ່ວນດັ່ງກ່າວ ຄື “ຂະບວນລ້ານຊ້າງ”.

ສຳລັບຂະບວນລົດໄຟໂດຍສານສາຍດ່ວນ ທີ່ບໍລິສັດທາງລົດໄຟລາວ-ຈີນ ທີ່ມີແຜນຈະຈັດຊື້ມາໃໝ່ໃນຕໍ່ໜ້າອີກ 01 ຂະບວນນັ້ນ ແມ່ນເຫັນດີໃຫ້ຕັ້ງຊື່ “ຂະບວນແຄນລາວ”.

ຕາມການລາຍງານ ຂອງແຟນເພຈ ບໍລິສັດລົດໄຟລາວ-ຈີນ (Laos – China Railway Company Limited) ແຈ້ງຂ່າວໃຫ້ປະຊາຊົນລາວຊາບທົ່ວເຖິງກັນວ່າ ລົດໄຟລາວ-ຈີນ ຂະບວນ “ລ້ານຊ້າງ“ ຈະມາຮອດນະຄອນຫຼວງວຽງຈັນ, ສປປ ລາວ ໃນວັນສຸກ ວັນທີ 15 ຕຸລານີ້.​

ພວກເຮົາມານັບຖອຍຫຼັງຕ້ອນຮັບລົດໄຟ EMU ຂະບວນທຳອິດໃນປະຫວັດສາດຂອງ ສປປ ລາວຂະບວນນີ້ໄປພ້ອມໆກັນ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...