spot_img
Homeຂ່າວຕ່າງປະເທດລົດບູຮານຫຼາຍຮ້ອຍຄັນ ມາຮວມຕົວກັນໃນງານ Veteran Car Run ຢູ່ນະຄອນຫຼວງລອນດອນ

ລົດບູຮານຫຼາຍຮ້ອຍຄັນ ມາຮວມຕົວກັນໃນງານ Veteran Car Run ຢູ່ນະຄອນຫຼວງລອນດອນ

Published on

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດເມື່ອວັນທີ 6 ພະຈິກວ່າ ມີລົດບູຮານປະມານ 600 ຄັນມາຮວມຕົວກັນໃນງານ Veteran Car Run ຄັ້ງທີ 120 ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງລອນດອນ, ລົດບູຮານເຫຼົ່ານັ້ນ ຈະແລ່ນອອກໄລຍະທາງ 60 ໄມ ຫຼືປະມານ 95 ກິໂລແມັດ, ຈາກບໍລິເວນສວນສາທາລະນະ Hyde park ໃນນະຄອນຫຼວງລອນດອນ ໄປຫາ Brighton ເຊິ່ງຢູ່ທາງໃຕ້ຂອງອັງກິດ, ລົດບູຮານດັ່ງກ່າວນີ້ ເປັນລົດທີ່ຖືກສ້າງຂຶ້ນມາ ໃນຊ່ວງປີ 1905 ເຊິ່ງເປັນລົດໃນສະໄໝປະຫວັດສາດ ແລະໄດ້ມາຮວມໂຕກັນແລ່ນໃນໂອກາດພິເສດ ເພື່ອເປັນການສະຫຼອງງານລົດບູຮານຄົບຮອບ 120 ປີ

ງານດັ່ງກ່າວ ໄດ້ຈັດຂຶ້ນທຸກປີ ໃນຊ່ວງອາທິດທຳອິດຂອງເດືອນພະຈິກໃສ່ຊື່ວ່າ Emancipation Run ໂດຍໄດ້ເລີ່ມມາຕັ້ງແຕ່ປີ 1896 ເຊິ່ງຜູ້ເລີ່ມຈັດງານນີ້ ເປັນກຸ່ມນັກຂັບລົດທີ່ຕ້ອງການເຮັດກິດຈະກຳຕອບຮັບ ກົດໝາຍການຂັບຂີ່ເທິງຖະໜົນໄອເວ ທີ່ອອກມາໃນປີ 1896 ເຊິ່ງມີການເພີ່ມຄວາມໄວ ໃຫ້ກັບການຂັບຂີ່ລົດປະເພດ Light vehicles ຈາກ 1-14 ກິໂລແມັດຕໍ່ຊົ່ວໂມງ ມາເປັນ 6-22.5 ກິໂລແມັດຕໍ່ຊົ່ວໂມງ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...