spot_img
Homeຂ່າວຕ່າງປະເທດລົດບັນທຸກລືມໃສ່ເບກມືໄຫຼຈາກພູລົງມາທັບໃສ່ລົດໄຟທີ່ກໍາລັງແລ່ນຢູ່!!

ລົດບັນທຸກລືມໃສ່ເບກມືໄຫຼຈາກພູລົງມາທັບໃສ່ລົດໄຟທີ່ກໍາລັງແລ່ນຢູ່!!

Published on

ໃນວັນທີ 2 ເມສາ 2021 ທີ່ຜ່ານມາ ສໍານັກຂ່າວຕ່າງປະເທດ ໄດ້ລາຍງານເຖິງອຸບັດຕິເຫດທີ່ໄຕ້ຫວັນ, ປະເທດຈີນ ວ່າມີລົດໄຟສາຍດ່ວນຂອງໄຕ້ຫວັນຖ້ຽວທີ 408 ຈາກສະຖານີຊູຫຼິນໃນນະຄອນນິວໄທເປ ທີ່ກໍາລັງເດີນທາງໄປທີ່ເມືອງໄຖຕົງ ໄດ້ຕົກລາງໃນຂະນະທີ່ມີຜູ້ໂດຍສານຢູ່ໃນລົດໄຟທັງໝົດ 374 ຄົນ ໂດຍເຫດການໃນຄັ້ງນີ້ເກີດຈາກລົດບັນທຸກທີ່ລືມໃສ່ເບກມືແລ້ວໄຫຼຕົກລົງຈາກພູທັບໃສ່ລົດໄຟທີ່ກໍາລັງແລ່ນຢູ່ຢ່າງແຮງເຮັດໃຫ້ລົດໄຟຄັນດັ່ງກ່າວຕົກລາງຈົນເກີດມີຜູ້ບາດເຈົບ ແລະ ເສຍຊີວິດ.

ອຸບັດຕິເຫດດັ່ງກ່າວໄດ້ສົ່ງຜົນເຮັດໃຫ້ມີຜູ້ໂດຍສານເສຍຊີວິດຢ່າງໜ້ອຍ 48 ຄົນ ໃນນີ້ເປັນພະນັກງານຂັບລົດໄຟ 1 ຄົນ, ມີຜູ້ບາດເຈັບ 86 ຄົນ. ສ່ວນຫົວລົດໄຟແມ່ນໄດ້ຮັບຄວາມເສຍຫາຍຢ່າງໜັກ. ສຸດທ້າຍຕໍາຫຼວດໄດ້ເຂົ້າຈັບກຸມທ້າວ ຫຼີ່ ອາຍຸ 45 ປີ ຄົນຂັບລົດບັນທຸກຂອງບໍລິສັດຮັບເໝົາສ້ອມແປງໜ້າຜາຂ້າງທາງລົດໄຟຂອງການລົດໄຟໄຕ້ຫວັນ ທີ່ເຮັດໃຫ້ເກີດອຸບັດຕິເຫດຮ້າຍແຮງໃນຄັ້ງນີ້.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...