ລູກຮາກອອກຫຼັງປ້ອນຢາ ເຮົາຄວນປ້ອນຢາຊ້ຳອີກ ຫຼື ບໍ່?

ສາເຫດທີ່ລູກຮາກຫຼັງປ້ອນຢາ

ອາການຮາກຫຼັງປ້ອນຢາລູກນ້ອຍ ເປັນບັນຫາທີ່ພົບປະຈຳ ແລະ ເກີດຂຶ້ນຊ້ຳໆໄດ້ ລູກຮາກຫຼັງປ້ອນຢາມັກເກີດການຮ້ອງໄຫ້ຢ່າງໜັກ ເພາະບໍ່ມັກຣົດຊາດຂອງຢາ ບໍ່ມັກກິ່ນຂອງຢາ ເຮັດໃຫ້ລູກນ້ອຍຮາກອອກມາ ຄຳຖາມທີ່ແມ່ສົງໃສຫຼາຍທີ່ສຸດແມ່ນເມື່ອລູກຮາກອອກມາ ຈະປ້ອນຢາຊ້ຳໄດ້ຫຼືບໍ່! ວັນນີ້ພວກເຮົາມີຄຳຕອບມາໃຫ້ເພື່ອຫາຍຂໍ້ຂ້ອງໃຈ.

ລູກຮາກອອກມາຫຼັງປ້ອນຢາ ຕ້ອງປ້ອນຢາຊ້ຳ ຫຼື ບໍ່!

ແມ່ສ່ວນຫຼາຍເມື່ອເຫັນລູກກິນຢາຍາກ ກິນແລ້ວຮາກຊ້ຳໆ ຮາກທຸກຄັ້ງກໍ່ເກີດຄວາມດູຕົນສົງສານລູກ ແມ່ບາງຄົນແມ່ນບໍ່ໃຫ້ລູກກິນຢາເລີຍເພາະຢ້ານລູກຮາກອອກຄືເກົ່າ ຄວາມຄິດນີ້ຖືວ່າຜິດຫຼາຍ ເພາະຖ້າລູກເກີດເຈັບປ່ວຍແລ້ວບໍ່ໄດ້ກິນຢາຮັກສາ ພະຍາດທີ່ຢູ່ໃນຕົວລູກກໍ່ບໍ່ຫາຍຂາດ ເມື່ອທ່ານເຮັດແບບນີ້ຍິ່ງເຮັດໃຫ້ພະຍາດໃນຕົວລູກນ້ອຍລຶ້ງຢາ ແລະ ຕ້ອງໃຊ້ເວລາຫຼາຍໃນການປິ່ນປົວໃຫ້ຫາຍດີ ຄົນທີ່ທໍລະມານທີ່ສຸດແມ່ນລູກນ້ອຍຂອງທ່ານເອງ ໂດຍສະເພາະເດັກເກີດໃໝ່ຍັງເວົ້າສື່ສານກັບທ່ານບໍ່ໄດ້ຍິ່ງທໍລະມານທັງຜູ້ເປັນພໍ່ແມ່ ແລະ ລູກນ້ອຍ. 

baby-medicine-eat

  1. ຕ້ອງປ້ອນຢາຊ້ຳ ກໍລະນີປ້ອນແລ້ວຮາກທັນທີ ໃຫ້ແມ່ປ້ອນຢາຊ້ຳອີກຄັ້ງໃນປະລິມານເທົ່າເດີມ ຖ້າປ້ອນລົງໄປປຸບ ແລ້ວຍັງຮາກອອກມາຄືເກົ່າແມ່ນໃຫ້ພັກເວລາ 5 ນາທີແລ້ວກັບມາປ້ອນຊ້ຳອີກ ແຕ່ລຸດປະລິມານລົງຄືປ້ອນຢາເທື່ອລະໜ້ອຍໃນປະລິມານ 1/4 ບ່ວງຢາ ສັງເກດເບິ່ງອາການລູກວ່າມີອາການຮາກບໍ່ ຖ້າບໍ່ຮາກແລ້ວ ທ່ານພັກເວລາໄວ້ກ່ອນ 5 ນາທີແລ້ວກັບມາປ້ອນໃໝ່ໃນປະລິມານຂະໜາດ 1/4ຄືເກົ່າອີກ ທຽງປ້ອນຢາລູກຈົບຄົບປະລິມານ 1 ບ່ວງ ພາຍໃນ ເຄິ່ງຊົ່ວໂມງລູກຕ້ອງໄດ້ກິນຢາຄົບຕາມທີ່ແພດຈັດໃຫ້.

2. ບໍ່ປ້ອນຊ້ຳ ກໍລະນີລູກນ້ອຍກິນຢາລົງໄປດົນເຖິງເຄິ່ງຊົ່ວໂມງແລ້ວຈິ່ງຮາກອອກ ເພາະຢາບາງສ່ວນອາດຖືກຊຶມ       ເຂົ້າໃນຮ່າງກາຍລູກແລ້ວ ຫາກທ່ານປ້ອນຢາລູກອີກກໍລະນີນີ້ຈະເຮັດໃຫ້ລູກນ້ອຍໄດ້ຮັບຢາເກີນຂະໜາດ.

ເມື່ອທ່ານມີຄວາມຮູ້ກ່ຽວກັບການປ້ອນຢາລູກນ້ອຍແລ້ວຫວັງວ່າ ພໍ່-ແມ່ຈະນຳໄປປະຕິບັດໃນເວລາປ້ອນຢາລູກທຸກຄັ້ງ ເພື່ອເຮັດໃຫ້ລູກນ້ອຍໄດ້ຮັບຢາຕາມປະລິມານທີ່ກຳນົດ ແລະ ລຸດຜ່ອນອາການຮາກທຸກຄັ້ງທີ່ກິນຢາຂອງລູກນ້ອຍໄດ້ ແລະ ທຸກຄັ້ງທີ່ເອົາຢາໃຫ້ລູກກິນຜູ້ເປັນພໍ່-ແມ່ກໍ່ຕ້ອງສັງເກດເບິ່ງລູກພ້ອມວ່າລູກມີອາການແພ້ຢານັ້ນຫຼືບໍ່ ເຊັ່ນ: ມີຜື່ນຂຶ້ນ, ຕາບວມ, ປາກບວມ ຫາຍໃຈຝືດ ຫາກລູກມີອາການເຫຼົ່ານີ້ໃຫ້ນຳລູກສົ່ງໂຮງໝໍດ່ວນ.

ຂໍ້ມູນຈາກ: ວາລະສານ ບັນທຶກຂອງແມ່.