ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນທີ 2 ເມສາ 2018 ວ່າ ສຳນັກງານວິສະວະກຳອາວະກາດຊາວຈີນ (ຊີເອັມເອສອີໂອ) ອອກຖະແຫຼງການເມື່ອວັນຈັນວ່າສະຖານີອາວະກາດທຽນກົງ-1 ກັບເຂົ້າສູ່ຊັ້ນບັນຍາກາດໂລກ ເມື່ອເວລາ 08.15 ນາທີ ໃນວັນທີ 1-2 ເມສານີ້ ຕາມເວລາທ້ອງຖິ່ນ
ເຖິງແມ່ນວ່າຕຳແໜ່ງຂອງຈຸດທີ່ຕົກຍັງບໍ່ຊັດເຈນ ຫຼັງຈາກຈີນສູນເສຍການຄວບຄຸມ ແຕ່ຄາດວ່າຊິ້ນສ່ວນທັງໝົດ ໄດ້ຖືກເຜົາໄໝ້ໃນລະຫວ່າງການສຽດສີກັບຊັ້ນບັນຍາກາດ ໂດຍມີການຄາດກັນວ່າສະຖານີອາວະກາດທຽນກົງ-1ຈະສິ້ນສຸດການຕົກລົງສູ່ໂລກໃນວັນທີ 4 ເມສານີ້