spot_img
Homeຂ່າວຕ່າງປະເທດລຸງພົນ ປະຕິເສດທຸກຂໍ້ກ່າວຫາ ໃນຄະດີນ້ອງຊົມພູ່

ລຸງພົນ ປະຕິເສດທຸກຂໍ້ກ່າວຫາ ໃນຄະດີນ້ອງຊົມພູ່

Published on

ຜ່ານໄປແລ້ວກັບການສອນເບື້ອງຕົ້ນ ສຳລັບ ທ້າວ ໄຊຍະພົນ ວິພາ ຫຼື ລຸງພົນ ໃນຄະດີນ້ອງຊົມພູ່ ພ້ອມທັງໄດ້ຝາກຂັງຊົ່ວຄາວ ທີ່ສຳນັກງານຕຳຫຼວດກົກຕູມ ກ່ອນວັນສຸກຈະໄດ້ໄປຝາກຂັງທີ່ສານ ຂອງແຂວງມຸກດາຫານ ສ່ວນທາງດ້ານແມ່ນ້ອງຊົມພູ່ ໄດ້ເປີດເຜີຍວ່າ ຮູ້ສຶກໂລ່ງອົກແລ້ວ ທີ່ສາມາດຈັບໂຕຄົນຮ້າຍໂຕຈິງໄດ້ ເຮັດໃຫ້ແມ່ນ້ອງຊົມພູ່ ພົ້ນຈາກຄຳເວົ້າຂອງສັງຄົມວ່າ ຕົນເອງເປັນຄົນຂ້າ ແລະ ທຳຮ້າຍລູກສາວຕົນເອງ.

ໃນເວລາປະມານ 4 ໂມງ ຂອງວັນທີ 2 ມີຖຸນາ ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ໄດ້ນຳໂຕ ທ້າວ ໄຊຍະພົນ ຫຼື ລຸງພົນ ເຊິ່ງເດີນທາງມາຈາກກຸງເທບມະຫານະຄອນ ດ້ວຍເຮລີຄອບເຕີ້ ມາລົງທີ່ສະຖານນີຕຳຫຼວດລາດຕະເວນຊາຍແດນ ທີ່ 234, ກ່ອນທີ່ຈະນຳໂຕມາສອບສວນ ຢູ່ທີ່ສຳນັກງານຕຳຫຼວດແຂວງມຸກດາຫານ ລຸງພົນໄດ້ຕົກເປັນຜູ້ຕ້ອງສົງໃສ ໃນຄະດີຄາດຕະກຳນ້ອງຊົມພູ່ ອາຍຸ 3 ປີ ເຊິ່ງຄະດີນີ້ເກີດຂຶ້ນເມື່ອ ເດືອນ ພືດສະພາ ປີກາຍນີ

ຕຳຫຼວດໄດ້ໃຊ້ເວລາຮວບຮວມຫຼັກຖານ ໂດຍສະເພາະທາງດ້ານນິຕິວິທະຍາ ແລະ ໄດ້ສອບສວນພະຍານອ້ອມຂ້າງ ເປັນເວລາເຖິງ 1 ປີ ຈົນສຸດທ້າຍແລ້ວພົບວ່າ: ມີຄວາມເຊື່ອມໂຍງໄປຫາ ລຸງພົນ ແລະ ນຳໄປສູ່ການອອກໝາຍຈັບ.

ເຊິ່ງໃນຕອນບ່າຍ ຂອງມື້ດຽວກັນ ພໍ່ ແລະ ແມ່ ຂອງນ້ອງຊົມພູ່ ໄດ້ເຂົ້າພົບທະນາຍຄວາມ ແລະ ພະນັກງານສອບສວນ ເພື່ອຫາລືກ່ຽວກັບ ການຍື່ນເອກະສານຄັດຄ້ານປະກັນໂຕ ລຸງພົນໃນວັນສຸກນີ້.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...