spot_img
Homeຂ່າວພາຍ​ໃນລາວໄດ້ປະທານເຕັກນິກຄົນໃໝ່ລຸຍບານໂລກຮອບຄັດເລືອກ

ລາວໄດ້ປະທານເຕັກນິກຄົນໃໝ່ລຸຍບານໂລກຮອບຄັດເລືອກ

Published on

steve-darby_1hy5mbci9c33o1fbbmmwqsi42k

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ປະກາດແຕ່ງຕັ້ງ ສະຕິບ ດາບີ້ ຂື້ນເປັນປະທານຝ່າຍເຕັກນິກຄົນໃໝ່ຈາກການເປີດເຜີຍຂອງສະຫະພັນຯ ເມື່ອວັນທີ 5 ພຶດສະພາທີ່ຜ່ານມາ
ຜູ້ຈັດການທີມຈາກປະເທດອັງກິດມີປະສົບການກັບບານເຕະອາຊີມາຕະຫຼອດ 20 ປີທີ່ຜ່ານມາ ໂດຍຫຼ້າສຸດຮັບຕຳແໜ່ງເປັນຜູ້ຊ່ວຍຜູ້ຈັດການທີມຂອງ ປີເຕີ ຣິກ ທີ່ ມູມໄບ ເອັບຊີ ໃນອິນເດຍ ຊູບເປີລີກ ເມື່ອທ້າຍປີ 2014
“ສຕລ” ແລະ ສະຕິບ ດາບີ້ ໄດ້ບັນລຸຂໍ້ຕົກລົງສຳລັບຕຳແໜ່ງໃໝ່ໃນຖານະປະທານຝ່າຍເຕັກນິກ
ແລະຈາກນັ້ນບໍ່ດົນ ຜູ້ຈັດການທີມຊາວອັງກິດຄົນນີ້ກໍ່ໄດ້ໂພສຢືນຢັນການເຂົ້າຮັບຕຳແໜ່ງຜ່ານທະວິດເຕີສ່ວນຕົວວ່າ
“ຢ່ບ່ອນນີ້ເຕັມໄປດ້ວຍພອນສະຫວັນແລະຄວາມກະຕືລືລົ້ນ ກ່ອນອື່ນກໍ່ຕ້ອງລຸຍບານໂລກຮອບຄັດເລືອກ”
ແນ່ນອນບານໂລກ 2018 ຮອບຄັດເລືອກ ໂຊນອາຊີຮອບ 2 ລາວຢູ່ກຸ່ມ G ຮ່ວມກັບ ເກົາຫຼີໃຕ້, ຄູເວດ, ເລບານອນ ແລະ ມຽນມາ ໂດຍຈະລົງສະໜາມພົບ ມຽນມາ ໃນວັນທີ 11 ມິຖຸນານີ້

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...