spot_img
Homeຂ່າວພາຍ​ໃນລາວໂທລະຄົມຈັດກິດຈະກຳໂຄສະນາ “ຫລຸດຜ່ອນອຸບັດຕິເຫດ”

ລາວໂທລະຄົມຈັດກິດຈະກຳໂຄສະນາ “ຫລຸດຜ່ອນອຸບັດຕິເຫດ”

Published on

tue1apr1

ໃນຕອນເຊົ້າຂອງວັນທີີີ 30 ມີນາ 2014 ນີ້, ຢູ່ທີ່ຫ້ອງ ການກົມໃຫຍ່ຕຳຫຼວດກະ ຊວງປ້ອງກັນຄວາມສະຫງົບ ບໍລິສັດ ລັດວິສາຫະກິດ ລາວ ໂທລະຄົມ ຮ່ວມກັບກົມຕຳ ຫຼວດຈະລາຈອນ ໄດ້ຈັດກິດຈະກຳໂຄສະນາ “ ຫຼຸດຜ່ອນ ອຸບັດຕິເຫດ ” ຂຶ້ນໂດຍເຂົ້າ ຮ່ວມຂອງທ່ານພັນໂທ ຄຳຖະ ຫວາຍ ເພັດອຸໄທ, ຫົວຫນ້າ ກົມຕຳຫຼວດຈະລາຈອນກະ ຊວງປ້ອງກັນຄວາມສະຫງົບ, ທ່ານ ທອງໃສ ຊານໄຊຍະ, ຜູ້ ອຳນວຍການໃຫຍ່ບໍລິສັດ ລັດ ວິສາຫະກິດລາວໂທລະຄົມ ພ້ອມດ້ວຍຄະນະບໍລິຫານ ງານ, ພະນັກງານ, ນ້ອງນັກ ຮຽນ ແລະ ສື່ມວນຊົນເຂົ້າ ຮ່ວມ.
ທ່ານພັນໂທ ຄຳຖະຫວາຍ ເພັດອຸໄທ ໄດ້ໃຫ້ຮູ້ວ່າ: ຈຸດປະ ສົງຂອງການຈັດກິດຈະກຳໃນ ຄັ້ງນີ້ແມ່ນເພື່ອໂຄສະນາໃຫ້ ສັງຄົມໄດ້ຮັບຮູ້ ແລະ ເຫັນ ຄວາມອັນຕະລາຍຂອງອຸປະ ຕິເຫດທີ່ເກີດຂຶ້ນ ແລະ ເພື່ອ ຫຼີກລ່ຽງຈາກໄພອຸບາດດັ່ງ ກ່າວນັ້ນທາງບໍລິສັດລາວໂທ ລະຄົມຈຶ່ງຮ່ວມກັບກຳລັງຈະ ລາຈອນຈັດກິດຈະກຳໂຄສະ ນາຄວາມອັນຕະລາຍຂອງອຸ ປະຕິເຫດເຊິ່ງໂຄສະນາໄປ ຕາມຖະຫນົນສາຍຫຼັກໃນທົ່ວ ນະຄອນຫຼວງວຽງຈັນ, ຕາມ 3 ແຍກ, 4 ແຍກ ແລະ ຈຸດຊຸມ ຊົນຕ່າງໆໃນໄລຍະ 7 ວັນອັນ ຕະລາຍກ່ອນບຸນປີໃຫມ່ລາວ ທີ່ຈະມາເຖິງ, ກິດຈະກຳດັ່ງ ກ່າວນີ້ໄດ້ປະຕິບັດມາ 3 ປີ ແລ້ວ ແລະ ຈະສຶບຕໍ່ປະຕິບັດ ໃນປີຕໍ່ໆໄປ, ທັງນີ້ກໍ່ຍ້ອນວ່າ ດ້ວຍຄວາມເປັນຫວ່ງເປັນໃຍ ຕໍ່ຊີວິດ ແລະ ຊັບສິນຂອງພໍ່ ແມ່ພີ່ນ້ອງຜູ້ໃຊ້ລົດໃຊ້ທະ ຫນົນຈົ່ງມີສະຕິລະວັງຕົວ, ຂັບຂີ່ດ້ວຍຄວາມປອດໄພ, ປະຕິບັດຕາມລະບຽບຈະລາ ຈອນຢ່າງເຄັ່ງຄັດເພື່ອຫຼຸດ ຜ່ອນຈາກອຸປະຕິເຫດອັນບໍ່ ເພິ່ງປາດຖະຫນາທີ່ສຳຄັນ ເມົາຢ່າຂັບ.

ທີ່ມາ   http://www.kongthap.gov.la

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...