spot_img
Homeຂ່າວພາຍ​ໃນລາວສົ່ງຜູ້ຕ້ອງຫາຄ້າຢາເສບຕິດໃຫ້ຫວຽດນາມ

ລາວສົ່ງຜູ້ຕ້ອງຫາຄ້າຢາເສບຕິດໃຫ້ຫວຽດນາມ

Published on

Jone for monday

ພິທີສົ່ງມອບຜູ້ຕ້ອງຫາຄະດີຢາເສບຕິດຈຳນວນສອງຄົນໃຫ້ເຈົ້າໜ້າທີ່ຫວຽດນາມຄື: ທ້າວ ເລື້ອງ ວັນ ເຟັງ ອາຍຸ 56 ປີຢູ່ບ້ານຕາກ້າ ແລະ ນາງ ຄາທິມາຍ ອາຍຸ 39 ປີ ຢູ່ບ້ານລິ່ວເລິບກິເຊີນ ແຂວງເງະອານ ຖືສັນຊາດຫວຽດນາມ ໄດ້ມີຂຶ້ນໃນວັນທີ 3 ມິຖຸນານີ້, ທີ່ຄ້າຍຄຸມຂັງ-ດັດສ້າງໂພນທັນ ນະຄອນຫລວງວຽງຈັນ ໂດຍທ່ານພັນ ໂທ ດວງຈັນ ວົງວິໄຊ ຮອງຫົວໜ້າກົມຕຳຫລວດສືບສວນ-ສອບສວນຂອງລາວ ແລະ ທ່ານພັນເອກ ເຈີນ ວັນ ມິງ ຫົວໜ້າພະແນກໄລ່ຊອກ-ໄລ່ຈັບຜູ້ກະທຳຜິດ ຕຳຫລວດແຂວງເງະອານ ສສ.ຫວຽດນາມ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວ ເລື້ອງ ວັນ ເຟັງ ເປັນຜູ້ຕ້ອງຫາໃນຄະດີຢາເສບຕິດຢູ່ຫວຽດນາມ ແລະ ໄດ້ລັກໂຕນໜີຈາກຄ້າຍ ຄຸມຂັງດົງເຊີນແຂວງກວາງຈິໃນປີ 2002 ແລະ ໄດ້ເຂົ້າມາລີ້ຊ້ອນຕົວຢູ່ບ້ານວຽງຄຳ ເມືອງສີໂຄດຕະບອງ ນະຄອນຫລວງ

ວຽງຈັນ ແລະ ມາຮອດວັນທີ 31 ພຶດສະພາ 2015 ຈຶ່ງຖືກເຈົ້າໜ້າທີ່ຈັບໄດ້, ສ່ວນນາງ ຄາທິມາຍ ກໍແມ່ນຜູ້ຕ້ອງຫາໃນຄະ ດີຢາເສບຕິດເຊັ່ນກັນໃນປີ 2006 ແລ້ວເຂົ້າມາລີ້ຊ້ອນຕົວຢູ່ບ້ານຊຽງແລທ່າ ເມືອງປາກງື່ມ ນະຄອນຫລວງວຽງຈັນ ແລະ ຖືກເຈົ້າໜ້າທີ່ຈັບຕົວໄດ້ໃນວັນທີ 30ພຶດສະພາ 2015 ຈຶ່ງໄດ້ສົ່ງມອບໃຫ້ເຈົ້າໜ້າທີ່ຫວຽດນາມນຳ ໄປດຳເນີນຄະດີຕາມລະ ບຽບກົດໝາຍ.

ຂອບໃຈຂ່າວຈາກ ລາວພັດທະນາ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...