ລາວສະແດງຄວາມຍິນດີກັບຣັດເຊຍທີ່ປະສົບຄວາມສຳເລັດໃນການຂຶ້ຶນທະບຽນວັກຊີນ

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ສົ່ງຂໍ້ຄວາມເຖິງ ປະທານາທິບໍດີ ວາລາດິເມຍ ປູຕິນ ແຫ່ງຣັດເຊຍ ເພື່ອສະແດງຄວາມຍິນດີທີ່ສະຫະພັນຣັດເຊຍປະສົບຄວາມສຳເລັດໃນການພັດທະນາວັກຊີນປ້ອງກັນໂຄວິດ-19.

ຕາມການລາຍງານຂອງ ໜັງສືພິມວຽງຈັນທາມ ໃຫ້ຮູ້ວ່າ ທ່ານ ບຸນຍັງ ວໍລະຈິດ ໄດ້ກ່າວຍ້ອງຍໍຊົມເຊີຍເຖິງຄວາມສຳເລັດດັ່ງກ່າວ ເຊິ່ງສະແດງໃຫ້ເຫັນເຖິງຄວາມກ້າວໜ້າທາງເທັກໂນໂລຢີ ແລະ ນະວັດຕະກຳດ້ານວິທະຍາສາດການແພດຂອງຣັດເຊຍ.

ຣັດເຊຍເປັນປະເທດທຳອິດໃນໂລກທີ່ປະກາດຂຶ້ນທະບຽນວັກຊີນປ້ອງກັນໂຄວິດ-19 ເມື່ອວັນທີ 11 ສິງຫາ ທີ່ຜ່ານມາ.

ວັກຊີນນີ້ໄດ້ຮັບການຕັ້ງຊື່ວ່າ “Sputnik V” ເພື່ອເປັນການສະແດງຄວາມເຄົາລົບຕໍ່ດາວທຽມດວງທຳອິດຂອງໂລກ ເຊິ່ງເປີດໂຕໂດຍສະຫະພາບໂຊວຽດໃນປີ 2500.

ຕາມລາຍງານໃນ RT ປະທານາທິບໍດີວາລາດີເມຍ ປູຕິນ ລະບຸວ່າການຊັກວັກຊີນໃນຣັດເຊຍຈະດຳເນີນຕາມຄວາມສະໝັກໃຈເທົ່ານັ້ນ ໂດຍບໍ່ມີການບັງຄັບໃຜໃຫ້ຍອມຮັບການຊັກວັກຊີນ.

ປະທານປະເທດ ບຸນຍັງ ວໍລະຈິດ ກ່າວຂອບໃຈບຸກຄະລາກອນທາງການແພດ,​ ນັກວິທະຍາສາດ ແລະ ນັກວິໄຈດ້ານລະບາດວິທະຍາ ສຳລັບຄວາມພະຍາຍາມ ແລະ ຄວາມຊ່ຽວຊານໃນການຄົ້ນຄິດວັກຊີນ ໂດຍສະເພາະຢ່າງຍິ່ງການສະໜັບສະໜູນຈາກລັດຖະບານຣັດເຊຍພາຍໃຕ້ການນຳຂອງປະທານາທິບໍດີ ວາລາດີເມຍ ປູຕິນ.

ຮຽບຮຽງຂ່າວ: ພຸດສະດີ