spot_img
Homeຂ່າວພາຍ​ໃນລາຄາພືດຜັກ-ຊີ້ນປາ ໃນທ້ອງຕະຫລາດ ນະຄອນຫລວງວຽງຈັນ ຍັງຢູ່ໃນເກນປົກກະຕິດີ!

ລາຄາພືດຜັກ-ຊີ້ນປາ ໃນທ້ອງຕະຫລາດ ນະຄອນຫລວງວຽງຈັນ ຍັງຢູ່ໃນເກນປົກກະຕິດີ!

Published on

ໃນໄລຍະນີ້, ເຖິງວ່າຢູ່ຫລາຍທ້ອງຖິ່ນ ຈະມີສະພາບຝົນຕົກຕໍ່ເນື່ອງມາຫລາຍວັນ ແຕ່ບໍ່ປະກົດວ່າ ສົ່ງຜົນກະທົບໃດໆ ຕໍ່ການເໜັງຕິງຂອງ ລາຄາສິນຄ້າບໍລິໂພກໃນທ້ອງຕະຫຼາດ ໂດຍສະເພາະແມ່ນ ຢູ່ນະຄອນຫລວງວຽງຈັນ ຊຶ່ງຜ່ານການລົງຕິດຕາມ ສະພາບລາຄາສິນຄ້າຢູ່ຕະຫຼາດຫຼາຍແຫ່ງ ຂອງນັກຂ່າວພວກເຮົາ ເປັນຕົ້ນ: ຕະຫຼາດສະພານທອງ, ໂພນສະຫວ່າງ, ຫົວຂົວ, ທົ່ງຂັນຄໍາ ແລະ ຕະຫລາດຂົວດິນ ແຕ່ວັນທີ 15-16 ສິງຫານີ້ເຫັນວ່າ: ລາຄາສິນຄ້າປະເພດພືດຜັກຕ່າງໆ ແມ່ນຢູ່ໃນການປົກກະຕິ ບໍ່ມີການເໜັງຕິງເຊັ່ນ: ຫອມບົ່ວ-ຫອມປ້ອມ ແມ່ນມີລາຄາ 20-25 ພັນກີບຕໍ່ກິໂລ, ຂະນະທີ່ໝາກເຜັດ, ໝາກນາວ, ໝາກເລັ່ນ, ຫອມລາບ, ໝາກຖົ່ວ, ຜັກບົ້ງ, ຂີງ, ຂ່າ ແມ່ນມີລາຄາຫລຸດລົງເລັກຫນ້ອຍ, ສ່ວນລາຄາຊີ້ນງົວ ຢູ່ທີ່ລະດັບ 70-75 ພັນກີບ, ຊີ້ນໝູ 30-40 ພັນກີບ, ເປັດ-ໄກ່ 35-45 ພັນກີບ, ປານິນກະຊັງ-ປາດຸກພັນ ມີລາຄາ 15-18 ພັນກີບ, ປາດຸກນາ, ອ່ຽນ, ກົບທຳມະຊາດແມ່ນ 50-70 ພັນກີບຕໍ່ກິໂລ.

ຊາວຄ້າຂາຍສ່ວນຫຼາຍບອກວ່າ: ໃນໄລຍະນີ້ ສີນຄ້າປະເພດພືດຜັກ, ຊີ້ນ, ປາ ແລະ ອາຫານຕ່າງໆ ຍັງບໍ່ມີການເໜັງຕິງຫລາຍປານໃດ, ເນື່ອງຈາກຊ່ວງນີ້ ແມ່ນໄລຍະເຂົ້າພັນສາ ຈຶ່ງບໍ່ມີເທດສະການ ແລະ ງານຕ່າງໆຫລາຍປານໃດ, ເຮັດໃຫ້ການຈັບຈ່າຍ ຊື້ສີນຄ້າອຸປະໂພກ-ບໍລິໂພກ ບໍ່ຄືກຄື້ນເທົ່າທີ່ຄວນ, ແຕ່ຫາກມີການເໜັງຕິງຂື້ນລົງຂອງລາຄາສິນຄ້ານັ້ນ ແມ່ນເປັນໄປຕາມກົນໄກຕະຫຼາດ ແລະ ລະດູການຜະລິດຂອງມັນ, ຊຶ່ງຖືເປັນເລື່ອງປົກກະຕິ ຄືດັ່ງໄລຍະລະດູຝົນ ຊາວສວນມີເງື່ອນໄຂ ປູກພືດຜັກຕ່າງໆຫຼາຍຂຶ້ນ ແລະ ສາມາດຕອບສະໜອງ ຄວາມຕ້ອງການຂອງຕະຫຼາດ ກໍຄືຜູ້ບໍລິໂພກໄດ້ຢ່າງພຽງພໍ ກໍເຮັດໃຫ້ລາຄາຂອງມັນ ມີທ່າອຽງຫລຸດລົງ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...