spot_img
Home​ຂ່າວທ່ອງທ່ຽວລັດໃຫ້ກຳນົດເຂດຄວາມສ່ຽງໂຄວິດ-19 ຢ່າງຊັດເຈນ ເພື່ອກຽມພ້ອມເປີດການທ່ອງທ່ຽວຮອບໃໝ່

ລັດໃຫ້ກຳນົດເຂດຄວາມສ່ຽງໂຄວິດ-19 ຢ່າງຊັດເຈນ ເພື່ອກຽມພ້ອມເປີດການທ່ອງທ່ຽວຮອບໃໝ່

Published on

ໜັງສືພິມວຽງຈັນທາມລາຍງານໃຫ້ຮູ້ວ່າ ເພື່ອເປັນການຫຼຸດຜ່ອນຜົນກະທົບ ແລະ ຟື້ນຟູເສດຖະກິດຄືນໃໝ່ ໃນດ້ານຕ່າງໆ ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ປຶກສາຫາລືກັນໃນໂອກາດ ຮ່ວມກອງປະຊຸມທາງໄກ (Video Conference) ສະໄໝສາມັນປະຈໍາເດືອນ ຂອງລັດຖະບານ ໃນວັນທີ 23 ເມສາ 2020 ທີ່ຜ່ານມາ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ເຊິ່ງ ລັດຖະບານໄດ້ແນະນໍາໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສ້າງແຜນປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການ ຂອງບັນດາທຸລະກິດປິ່ນອ້ອມ ເພື່ອຈັດຕັ້ງປະຕິບັດ ພາຍຫຼັງວັນທີ 03 ພຶດສະພາ ເພື່ອກຽມຄວາມພ້ອມເປີດການທ່ອງທ່ຽວ ເມື່ອການລະບາດຂອງພະຍາດໂຄວິດ-19 ຢຸດເຊົາ. ພ້ອມນັ້ນ, ກໍ່ໃຫ້ວາງແຜນໃນການປັບປຸງ ຟື້ນຟູການທ່ອງທ່ຽວ ແລະ ການບໍລິການ ໃນໄລຍະສັ້ນ, ກາງ ແລະ ຍາວ.

ໃນໂອກາດດຽວກັນ ກໍ່ແນະນໍາໃຫ້ຄະນະສະເພາະກິດ ຄົ້ນຄວ້າ ແລະ ກຳນົດວ່າເຂດໃດເປັນເຂດທີ່ມີຄວາມສ່ຽງສູງ, ເຂດໃດ ເປັນເຂດທີ່ມີຄວາມສ່ຽງໜ້ອຍ ແລະ ເຂດໃດ ບໍ່ມີຄວາມສ່ຽງ (ເຂດແດງ, ເຂດເຫຼືອງ ແລະ ເຂດຂຽວ) ພ້ອມທັງກຳນົດແຈ້ງວ່າມາດຕະການປ້ອງກັນ ແລະ ຄວບຄຸມ ໃນແຕ່ລະເຂດ ຕ້ອງເຮັດແນວໃດ, ເຂດທີ່ມີຄວາມ ສ່ຽງໜ້ອຍ ແລະ ບໍ່ມີຄວາມສ່ຽງ ຈະຜ່ອນຜັນໃນການປະຕິບັດບັນດາ ມາດຕະການປ້ອງກັນ ແລະ ຄວບຄຸມຄືແນວໃດ?, ຈາກນັ້ນອອກຄຳແນະນໍາ ໃຫ້ບັນດາທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...